ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຈັດ​ງານ​ລ້ຽງ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 92 ປີ

2019-07-31 17:12:31 |ມາຈາກ: CRI

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​​ຈັດ​ງານ​ລ້ຽງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້, ເພື່ອ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງກອງ​ທັບປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 92 ປີ. ໃນ​ໂອ​ກາດ​ນີ້, ທ່ານ​ເວີ້ຍ​ເຟີ້ງ​ເຫີ ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ, ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​​ເດີນໄປ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ຍຶດ​ໝັ້ນ​ຊຸກ​ຍູ້​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຍຶດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປ້ອງ​ກັນ​ປະ​ເທດ​​ລັກ​ສະ​ນະປ້ອງ​ກັນ, ບໍ່​ເປັນ​ເຈົ້າ​ມະ​ຫາ​ອຳ​ນາດແລະ​ບໍ່​ແຜ່​ອຳ​ນາດຢ່າງ​ເດັດ​ຂາດ, ບໍ່​ສະ​ແຫວງ​ຫາ​ຂອບ​ເຂດ​ອິດ​ທິ​ກຳ​ລັງ​ຈົນ​ເທົ່າ​ໃດໆ, ຄັດ​ຄ້ານ​ລັດ​ທິ​ເຈົ້າ​ມະ​ຫາ​ອຳ​ນາດ​ແລະການ​ເມືອງ​ມະ​ຫາ​ອຳ​ນາດ​ຢ່າງ​ເດັດ​ດ່ຽວ.

ທ່ານ​ເວີ້ຍ​ເຟີ້ງ​ເຫີ ກ່າວ​​ຕື່ມວ່າ, ກອງ​ທັບ​ຈີນ​ເດັດ​ດ່ຽວ​ປົກ​ປ້ອງອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ​ແລະ​ສິດ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ, ມີ​ຄວາມ​ໝັ້ນ​ໃຈ​​ທີ່​ຈະຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ທຸກ​ຢ່າງ. ກອງ​ທັບ​ຈີນ​ຈະ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ກອງ​ທັບ​ຂອງ​ປະ​ເທດ​ຕ່າງໆ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​​ຮັກ​ສາຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ແລະ​ສາ​ກົນ, ເພື່ອ​​ເປັນ​ການ​ປະ​ກອບ​ສ່ວນ​​ໃຫ້​ຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ.

ທ່ານ​ເວີ້ຍ​ເຟີ້ງ​ເຫີ ເນັ້ນ​ໜັກ​ຕື່ມ​ວ່າ, ໃນ​ໂລກ​ນີ້​ມີ​ປະ​ເທດ​ຈີນ​ພຽງ​ໜຶ່ງ​ດຽວ​ເທົ່າ​ນັ້ນ, ໄຕ້​ຫວັນ​​ເປັນ​ພຽງສ່ວນ​ໜຶ່ງ​ຂອງ​ຈີນ​ທີ່​​ບໍ່​ສາ​ມາດ​ຕັດແຍກ​ອອກ​ບໍ່​ໄດ້, ກອງ​ທັບ​ຈີນ​ຈະ​ຮັກ​ສາ​ສິດ​ອະ​ທິ​ປະ​ໄຕ, ຄວາມ​​ໝັ້ນ​ຄົງແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ຢ່າງ​ເດັດ​ດ່ຽວ.