ຈີນ​ຍ້ອງ​ຍໍ​ ສ​ປ​ປ ເກົາ​ຫຼີ​​ສະ​ແດງ​ທ່າ​ທີ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ​ກ່ຽວ​ກັບ​ບັນ​ຫາ​ຮົງ​ກົງ

2019-07-31 17:14:02 |ມາຈາກ: CRI

ໜັງ​ສື​ພິມ​ໂລ​ດົງ​ຊີມ​ບູນ​ຂອງ ສ​ປ​ປ ເກົາ​ຫຼີ​ໄດ້​ພິມ​ບົດ​ຄວາມ​ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ຂອງ​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ການ​ແກ້​ໄຂ​ສະ​ພາບ​ການ​ຢູ່​ຮົງ​ກົງ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້. ຕໍ່​ເລື່ອງ​ນີ້, ໃນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້, ທ່ານ​ນາງ​ຮວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍ້ອງ​ຍໍ ສ​ປ​ປ ເກົາ​ຫຼີ ​ທີ່​ໄດ້​ສະ​ແດງ​ທ່າ​ທີ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ​ກ່ຽວ​ກັບ​ບັນ​ຫາ​ຮົງ​ກົງ.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ກ່າວ​ວ່າ, ຈີນ​ກ່າວ​ຢ້ຳ​ຫຼາຍ​ເທື່ອ​ແລ້ວ​ວ່າ, ຮົງ​ກົງ​ແມ່ນ​ສ່ວນ​ໜຶ່ງ​ທີ່​ຂຶ້ນ​ກັບ​ປະ​ເທດ​ຈີນ​ເທົ່າ​ນັ້ນ, ລັດ​ຖະ​ບານ​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອິດ​ທິ​ກຳ​ລັງ​ຕ່າງ​ປະ​ເທດ​​ທຸກ​ຮູບ​ແບບ​ທີ່​ມີ​ເຈດ​ຕະ​ນາ​ແຊກ​ແຊງວຽກ​ງານ​ພ​າຍ​ໃນ​ຮົງ​ກົງ. ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ແລະ​ຄວາມ​ສາ​ມາດ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ​ໃຫ້​ດີ​ໄດ້.

ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ໜັງ​ສື​ພິມ​ໂລ​ດົງ​ຊີມ​ບູນ​ຂອງ ສ​ປ​ປ ເກົາ​ຫຼີ​ໄດ້​ພິມ​ບົດ​ຄວາມ​​ຊີ້​ໃຫ້​ເຫັນ​ວ່າ, ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ແລະ​ບຸກ​ຄົນ​ໃດໆ​​ກໍ​ຕາມລ້ວນ​ແຕ່​ບໍ່​ມີ​ສິດ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ. ບົດ​ຄວາມ​ລະ​ບຸ​ວ່າ, ບໍ່​ວ່າ​ແມ່ນ​ໃຜ​​ກໍ​ຕາມ​ຄວນ​ເຄົາ​ລົບ​ນັບ​ຖື​ອະ​ທິ​ປະ​ໄຕ​ຂອງ​ຈີນ, ຢຸດ​ຕິ​ແຊກ​ແຊງວຽກ​ງານ​​ພາຍ​ໃນຂອງ​ຮົງ​ກົງ​ດ້ວຍ​ທຸກ​ຮູບ​ການ​. ວຽກ​ງານ​ພາຍ​ໃນ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ການ​ກຳ​ຈັດ​ການ​ແຊກ​ແຊງ​ຂອງ​ອິດ​ທິ​ກຳ​ລັງ​ພາຍນອກ, ​ຕ້ອງ​ແກ້​ໄຂ​​ຕາມ​ຈິດ​ໃຈ​ຂອງປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ.