ສືບ​ຕໍ່​ກົດ​ດັນ​​ຈີນ​ຈະບໍ່​ໄດ້ຜົນ​ຫຍັງ ​ແລະ ກໍ​ບໍ່​ເປັນ​ປະ​ໂຫຍ​ດຕໍ່​ການ​ປຶກສາ​ຫາລື​ສອງ​ຝ່າຍ

2019-07-31 17:15:41 |ມາຈາກ: CRI

ການ​ປຶກສາ​ຫາລື​ຂັ້ນສູງ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ເມຣິກາ​ຮອບ​ທີ 12 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ກໍລະກົດ​ນີ້​ຢູ່​ນະຄອນ​ຊຽງ​ໄຮ້. ​ແຕ່​ໃນຂະນະ​ດຽວ​ກັນນີ້, ຝ່າຍ​ອາ​ເມຣິກາ​ພັດ​ມີ​ບຸກຄົນ​ໄດ້​ປ່ອຍ​ຂ່າວ​ອອກ​ມາ​ວ່າ ນະ​ໂຍບາຍ​ດ່ານ​ພາສີ​ສົ່ງ​ຜົນ​ເຮັດ​ໃຫ້​ຈີນ​ຖອຍຫຼັງ, ​ເຮັດ​ໃຫ້​ອາ​ເມຣິກາ​ມີ​ການ​ພັດທະນາ​ເປັນ​ຢ່າງ​ດີ ທັງ​ໃສ່​ຮ້າຍ​ປ້າຍ​ສີ​ວ່າ ຈີນ​ໄດ້​ປ່ຽນ​ແປງ​ເນື້ອ​ໃນ​ສັນຍາ​ເລື້ອຍໆ​ໃນ​ບາດກ້າວ​ສຸດ​ທ້າຍ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຕົນ. ​ໃນ​ຂະນະ​ທີ່​ຈະຟື້ນ​ຟູ​ການ​ປຶກສາ​ຫາລື​ກັນ​ຄືນ​ໃໝ່ຫຼັງປະສົບ​ຄວາມຫຼົ້ມ​ເຫຼວມາຫຼາຍ​ເທື່ອ, ຖ້ອຍ​ຄວາມ​ດັ່ງກ່າວຂອງ​ບຸກຄົນ​ຈຳນວນ​ໜຶ່ງ​ຂອງອາ​ເມຣິກາບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຈິງ​ໃຈ​ອັນ​ຄວນ​ເພື່ອ​ແກ້​ໄຂ​ບັນຫາ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ກັນ, ​ໄດ້​ຝືນ​ກັບ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ທີ່​ໄດ້​ຕົກລົງ​ກັນ​​ໃນ​ໂອກາດ​ພົບ​ປະກັນຢູ່​ໂອຊາ​ກາ ປະ​ເທດ​ຍີ່ປຸ່ນ, ມີ​ເຈຕະນາ​ຢາກ​ສືບ​ຕໍ່ກົດ​ດັນ​ຕໍ່​ຈີນ​ເພື່ອ​ຫວັງ​ຈະ​ໄດ້​ລາຄາ​ສູງ​ກວ່າ​ເກົ່າ​ໃນ​ການ​ປຶກສາ​ຫາລື​ກັນ​ລະຫວ່າງ​ສອງ​ຝ່າຍ.

ແຕ່​ບຸກຄົນ​ຈຳນວນ​ໜຶ່ງ​ຂອງ​ອາ​ເມຣິກາ​ພັດ​ໃຊ້​ມາດ​ຕະການ​ກົດ​ດັນ​ຕໍ່​ຈີນ​ແບບ​ເກົ່າ​ໃນ​ໂອກາດ​ທີ່​ຈະ​ຟື້ນ​ຟູ​ການ​ປຶກສາ​ຫາລື​ກັນ ​ຈະບໍ່​ໄດ້ຜົນ​ຕາມ​ຄວາມ​ຫວັງ​ຂອງ​ເຂົາ​ແຕ່​ຢ່າງ​ໃດ​ເລີຍ​ ​ເຊິ່ງບໍ່​ວ່າ​ໃນ​ປັດຈຸບັນ ຫຼືວ່າ ​ໃນ​ອະນາຄົດ​ກໍ​ຕາມ. ​ເວົ້າຈາກ​ຄວາມ​ໝາຍ​ໃດ​ໜຶ່ງ​ແລ້ວ​ເຫັນ​ວ່າ ຝ່າຍ​ຈີນ​ກໍ​ຮູ້ສຶກ​ເບື່ອ​ໜ່າຍຫຼາຍແລ້ວ​ຕໍ່​ຖ້ອຍ​ຄວາມ​ດັ່ງກ່າວ​. ການ​ປະຕິບັດ​ຕົວ​ຈິງ​ໃນ​ປີ​ປາຍ​ຜ່ານ​ມາ​ໄດ້​ຢັ້ງຢືນ​ແລ້ວ​ວ່າ ​ໃນສົງ​ຄາມ​ການ​ຄ້າ​ຈະບໍ່​ມີ​ຝ່າຍ​ໃດ​​ເປັນ​ຝ່າຍ​ຊະນະ​ເລີຍ, ຈະ​ບໍ່​ມີ​ສະພາບ​ທີ່​ວ່າ “​ເຈົ້າ​ເສຍ​ຂ້ອຍ​ໄດ້” ຫຼື “​ເຈົ້າຖອຍຫຼັງຂ້ອຍ​ຄືບ​ໜ້າ”. ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ​ການ​ພັດທະນາ​ຂອງເສດຖະກິດ​ຈີນ​ໄດ້​ປະສົບ​ຄວາມ​ກົດ​ດັນ​ເພີ່ມ​ຂຶ້ນ ​ແຕ່​ກໍ​ຍັງ​ມີ​ຄວາມ​ໝັ້ນທ່ຽງ​​ໂດຍ​ລວມ ​ແລະ ມີ​ຄວາມ​ກ້າວໜ້າຕື່ມ​ອີກໃນ​ສະພາບ​ທີ່​ມີ​ຄວາມ​ໝັ້ນທ່ຽງ, ດັດຊະນີ​ເສດຖະກິດ​ມະຫາ​ພາກ​ທີ່​ສຳຄັນ​ລ້ວນ​ແຕ່​ຮັກສາ​ຢູ່​ໃນ​ລະດັບ​ທີ່​ສົມ​ເຫດ​ສົມ​ຜົນ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ມີຄວາມ​ອົດທົນ​ທີ່​ແຂງ​ແຮງ, ​ເຕັມ​ໄປ​ດ້ວຍ​ຄວາມມີ​ຊີວິດ​ຊີວາ ​ແລະ ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ.

ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF ​ໄດ້​ເປີດ​ເຜີຍ “ບົດ​ລາຍ​ງ​ານວິ​ໄສ​ທັດ​ເສດຖະກິດ​ໂລກ” ສະບັບ​ປັບປຸງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ​ໂດຍ​ມີ​ເນື້ອ​ໃນ​ປ່ຽນ​ແປງ​ໃໝ່ ​ແລະ ຄາດ​ວ່າ​ປີ​ນີ້​ເສດຖະກິດ​ອາ​ເມຣິກາ​ຈະ​ເຕີບ​ໂຕ 2,9%, ປີໜ້າ​ຈະຫຼຸດລົງ​ເປັນ 1,9% ​ເຊິ່ງ​ເປັນ​ລະດັບຫຼຸດລົງ​ຢ່າງຫຼວງຫຼາຍ ສະນັ້ນ, ທຳນຽບຂາວ​ຈຶ່ງ​ໄດ້​ສະ​ເໜີ​ຕໍ່​ທະນາຄານ​ກາງ​ອາ​ເມຣິກາຫຼາຍ​ເທື່ອ​ວ່າ ຄວນ​ປັບຫຼຸດອັດຕາ​ດອກ​ເບ້ຍ​ໃຫ້​ຕ່ຳລົງ​ຢ່າງຫຼວງຫຼາຍ. ​ແຕ່​ບຸກຄົນ​ຈຳນວນ​ໜຶ່ງ​ຂອງ​ອາ​ເມຣິກາ​ພັດ​ບໍ່​ຫົວຊາ​ຕໍ່​ຄວາມ​ເປັນ​ຈິງ, ຕັ້ງ​​ໃຈປ່ອຍ​ຂ່າວ​ເທັດ ທັງ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ ​ໂດຍຫວັງຈະ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ຈີນ ຂະນະ​ດຽວ​ກັນ, ກໍ​ເປັນ​ການ​ກະທຳ​ທີ່​ເຮັດ​​ໃຫ້ພາຍ​ໃນ​ປະ​ເທດ​ຕົນ​ໄດ້​ຮູ້​ໄດ້​ເຫັນ ​ເພື່ອ​ປິດ​ບັງ​ຄວາມ​ກັງວົນ​ຂອງ​ຕົນ​ໃນ​ກໍລະນີ​ທີ່ເສດຖະກິດ​ອາ​ເມຣິກາ​ຕົກ​ຕ່ຳລົງ.

ສຳ​ລັບ​ອາ​ເມ​ຣິ​ກາ​ກ່າ​ວ​ຕຳ​ໜິ​ຕິ​ຕຽນ​ຈີນ​ໄດ້​ດັດ​ແກ້​ເນື້ອ​ໃນ​ຂອງ​ສັນ​ຍາ​ໃນ​ນາ​ທີ​ສຸດ​ທ້າຍ, ກໍ​ເປັນ​ເລື່ອງ​ທີ່​ບໍ່​ເຫດ​ຜົນ​ຫຍັງ​ເລີຍ ເຊິ່ງ​ມີ​ຈຸດ​ປະ​ສົງ​ຢາກໃຫ້​ຝ່າຍ​ຈີນ​ຮັບ​ຜິດ​ຊອບ​ຕໍ່​ສະ​ພາບ​ການ​ເຈ​ລະ​ຈາທີ່​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ. ປັດ​ຈຸ​ບັນ, ຈີນ​ແລະ​ອາ​ເມ​ຣິ​ກາ​ຍັງ​ບໍ່​ທັນ​ໄດ້​ບັນ​ລຸ​ສັນ​ຍາ. ຕະຫຼອດ​ໄລ​ຍະ​ໃນ​ການ​ປຶກ​ສາ​ຫາ​ລື​ກັນ, ຝ່າຍ​ທີ່​ກ່ຽວ​ຂ້ອງ​​ສະ​ເໜີ​ຄວາມ​ເຫັນ​ດັດ​ແກ້​ຕໍ່​ເນື້ອ​ໃນ​ຂອງ​ສັນ​ຍາ ແລະ ການ​ບັນ​ຍາຍ​ທີ່​ກ່ຽວ​ຂ້ອງ ເປັນ​ການ​ກະ​ທຳ​ທົ່ວ​ໄປ​ໃນ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ, ອາ​ເມ​ຣິ​ກາ​ເຄີຍ​ໄດ້​ມີ​ຄວາມ​ຮຽກ​ຮ້ອງ​ໃຫ້​ດັດ​ແກ້​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງຫຼາຍ​ເທື່ອ​ແລ້ວ​​ໃນ​ການ​ເຈ​ລະ​ຈາ​ສິບກວ່າ​ຮອບ​ທີ່​ຜ່ານ​ມາ. ສະ​ນັ້ນ, ອາ​ເມ​ຣິ​ກາ​ເປັນ​ຫຍັງ​ຈິ່ງ​ຕຳ​ໜິຕິ​ຕຽນ​ວ່າ​ຈີນ​ມີຫຼັກ​ໝັ້ນ​ຖອຍຫຼັງ​ໃນ​ການ​ເຈ​ລະ​ຈາ? ທີ່​ຈິງ​ແລ້ວ, ​ແມ່ນ​ຝ່າຍ​ອາ​ເມ​ຣິ​ກາ​​ທີ່ລະ​ເມີດ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ, ເວົ້າ​ປີ້​ນໄປ​ປີ້ນ​ມາ, ບໍ່​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ, ຈິ່ງ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ເທື່ອ.

​ໃນ​ໄລ​ຍະ 1 ປີ​ຜ່ານ​ມາ, ຈີນ​ແລະ​ອາ​ເມ​ຣິ​ກາ​ທັງ​ໄດ້​ເຈ​ລະ​ຈາ ແລະ ໃຊ້​ມາດ​ຕະ​ການຫຼາຍ​ເທື່ອ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ, ດຽວ​ນີ້​ໄດ້​ກັບ​ຄືນ​ສູ່​ໂຕະ​ເຈ​ລະ​ຈາ​ຄືນ​ໃໝ່, ນີ້​ເປັນ​ເລື່ອງ​ທີ່​ໄດ້​ມາ​ບໍ່​ງ່າຍ. ຖ້າ​ຢາກ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ເຈ​ລະ​ຈາ, ສຳ​ຄັນ​ແມ່ນ​ການ​ຕັດ​ສິນ​ຂຶ້ນ​ຢູ່​ນຳ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ເປັນ​ເອກ​ະ​ພາບ​ກັນ​ຂອງ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​ທີ່​ໂອ​ຊາ​ກາ, ຍຶດ​ໝັ້ນ​ສະ​ເໝີ​ພາບ​ກັນ ແລະ ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ພ້ອມ​ທັງ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ແຕ່​ລະ​ຝ່າຍ, ແຕ່ບໍ່​ແມ່ນ​ຝ່າຍ​ໜຶ່ງ​ຝ່າຍ​ດຽວ​ໃຊ້​ຄວາມ​ກົດ​ດັນ​ຕໍ່​ອີກ​ຝ່າຍ​ໜຶ່ງ​ແລ້ວ​ຈິ່ງ​ເຈ​ລະ​ຈາ​ກັນ, ຈົນ​ໃຊ້​ຄວາມ​ກົດ​ດັນ​ໃນລະ​ດັບ​ສູງ​ສຸດ. ຖ້າ​ຢາກ​ບັນ​ລຸ​ສັນ​ຍາ​ສະ​ເໝີ​ພາບ ແລະ ຕ່​າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຄົນ​​ອາ​ເມ​ຣິ​ກາຈຳ​ນວນ​ໜຶ່ງ​ຄວນ​ມີ​ການ​ກະ​ທຳ​ທີ່​ສ້າງ​ສັນ ຫາກ​ບໍ່​ແມ່ນ​ມີ​ການ​ກະ​ທຳ​ທີ່​ກົງ​ກັນ​ຂ້າມ. ຖ້າ​ຢາກ​ໃຊ້​ເລ່​ຫຼ່ຽມ​ແບບ​ເກົ່າ, ເຮັດ​ແນວ​ນັ້ນ, ມີ​ແຕ່​ຈະ​ທຳ​ລາຍ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ແລະ ພາດ​ໂອ​ກາດ​ປະ​ຫວັດ​ສາດ​ເທົ່າ​ນັ້ນ.