ໃນ 6 ເດືອນ​ຕົ້ນ​ປີ​ 2019 ລວດຍອມຜະລິດຕະພັນພາຍໃນເຂດທ້ອງຖິ່ນຢຸນນານໄດ້ບັນລຸຍອດມູນຄ່າເຖິງ 795,743 ຕື້ຢວນ

2019-08-01 17:53:40 |ມາຈາກ: 云南日报

ອີງຕາມກອງປະຊຸມຖະແຫລງຂ່າວກໍລະນີການພັດທະນາເສດຖະກິດສັງຄົມໃນ 6 ເດືອນ​ຕົ້ນ​ປີ​ 2019 ແຂວງຢຸນນານສະເໜີວ່າ,ໃນ 6 ເດືອນ​ຕົ້ນ​ປີ​ 2019ລວມຍອມຜະລິດຕະພັນພາຍໃນເຂດທ້ອງຖິ່ນຢຸນນານໄດ້ບັນລຸຍອດມູນຄ່າເຖິງ 795,743 ຕື້ຢວນ,ເຊິ່ງໄດ້ເພີ່ມທະວີຂຶ້ນ 9,2%ເມື່ອປຽບທຽບກັບໄລຍະດຽວກັນ.ເສດຖະກິດຂອງແຂວງຢຸນນານໄດ້ຮັກສາທ່າອ່ຽງການພັດທະນາທີ່ດີຢ່າງໝັ້ນຄົງ.

ອີງຕາມການແນະນຳ,ຍອດມູນຄ່າເພີ່ມຂອງຂະແໜງການທີໜຶ່ງເພີ່ມຂຶ້ນ 5,3%,ຍອດມູນຄ່າເພີ່ມຂອງຂະແໜງການທີສອງເພີ່ມຂຶ້ນ 11.5%,ຍອດມູນຄ່າເພີ່ມຂອງຂະແໜງການທີສາມເພີ່ມຂຶ້ນ 7.9%.ການລົງທຶນຊັບສິນຄົງທີ່ເພີ່ມທະວີຂຶ້ນ9.1%,ຍອດມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ເພີ່ມທະວີຂຶ້ນ10.9%,ຍອດ​ມູນ​ຄ່າການຂາຍຍ່ອຍສິນຄ້າອຸປະໂພກບໍລິໂພກທາງສັງຄົມເພີ່ມທະວີຂຶ້ນ10.9%,ຍອດ​ມູນ​ຄ່າການ​ສົ່ງ​ອອກ​-​ນຳ​ເຂົ້າການຄ້າລະຫວ່າງປະເທດເພີ່ມທະວີຂຶ້ນ12.6%, ການເຕີບໂຕຢ່າງໝັ້ນຄົງບັນລຸປະສິດທິຜົນຢ່າງຊັດເຈນ.

ໃນ 6 ເດືອນ​ຕົ້ນປີ, ແຂວງຢຸນນານມີທ່າອ່ຽງໃນການພັດທະນາດ້ານເສດຖະກິດຢ່າງໝັ້ນຄົງ, ແລະພາຍໃຕ້ຄວາມຫມັ້ນຄົງກໍມີຄວາມຄືບຫນ້າ. ໃນ 6 ເດືອນ​ທ້າຍປີ,ແຂວງຢຸນນານຈະສົ່ງເສີມການພັດທະນາເສດຖະກິດຢ່າງຫມັ້ນຄົງ ແລະ ເຂັ້ມແຂງ.