ທ່ານ​ວາງຢີ້​ພົບ​ປະກັບ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ລາວ

2019-08-01 17:55:19 |ມາຈາກ: CRI

ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້, ທ່ານ​ວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ.

ທ່ານ​ວາງ​ຢີ້​ກ່າວ​ວ່າ, ຈີນ-​ລາວ​​ເປັນ​ປະ​ເທດ​ເພື່ອນ​ມິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ພູ​ຜາ​ແລະ​ແມ່​ນ້ຳ​ຕິດ​ຈອດ​ກັນ, ​ປີນີ້​ແມ່ນ​​ປີຈີນ-ລາວ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົບ​ຮອບ 10 ປີ. ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ ທີ່​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທ​ດ​ຈີນ​ແລະ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ​ເຊັນ​ຮ່ວມ​ກັນ​ນັ້ນ ໄດ້​ຕັ້ງ​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່​ຕໍ່ ​ການ​ພັດ​ທະ​ນາ​ຍາວ​ໄກ​ຂອງສາຍ​ພົວ​ພັນລະ​ຫວ່າງ​ສອງ​ປະ​ເທດ, ​ໄດ້​ເປີດ​ຍຸກ​ໃໝ່​​ໃຫ້​ແກ່​ສາຍ​ພົວ​ພັນ​ຈີນ-ລາວ. ສອງ​ຝ່າຍ​ຄວນ​ປະ​ຕິ​ບັດ​ແລະ​ຜັນ​ຂະ​ຫຍາຍ​ໃຫ້​ດີ, ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ດຳ​ເນີນ​ໄປ​ຢ່າງ​ເລິກ​ເຊິ່ງ​ແລະ​ຕິດ​ແທດ​ຕົວ​ຈິງ. ສອງ​ຝ່າຍ​ຄວນ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​​ລະ​ຫວ່າງການ​ນຳ​ຂັ້ນ​ສູງ, ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ໄດ້​ຮັບ​ໝາກ​ຜົນຫຼາຍກວ່າ​ເກົ່າ.

ທ່ານ​ສະ​ເຫຼີມ​ໄຊ​ກ່າວ​ວ່າ, ລາວ-ຈີນ​ໄດ້​ເຊັນແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ, ໄດ້​ຍົກ​ສາຍ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງການ​ພົວ​ພັນ​ພິ​ເສດ​ທີ່​ສະ​ໜິດ​ສະ​ໜົມ​ຢ່າງບໍ່​ມີ​​ຊ່ອງ​ຫວ່າງລະ​ຫວ່າງ​ສອງ​ພັກ​ສອງ​ລັດ. ປະ​ເທດ​ລາວ​ຂອບ​ໃຈ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ສ​ປ​ປ ລາວ, ຍິນ​ດີ​ຮ່ວມ​ກັບ​ຈີນ​ລົງ​ເລິກ​ໃນການ​ແລກ​ປ່ຽນ​​ບົດ​ຮຽນ​ດ້ານການ​ປົກ​ຄອງ​​ແລະ​ບໍ​ລິ​ຫານ​ປະ​ເທດ​ຕື່ມ​ອີກ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ປະ​ສານ​ງານ​ຢ່າງ​ໃກ້​ຊິດ​ໃນ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ.