ໃນ 6 ເດືອນ​ຕົ້ນ​ປີ​ນີ້​ຄາດ​ວ່າ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຈີນຈະ​ບັນ​ລຸ​ເຖິງ 3.08 ຕື້​ເທື່ອ​ຄົນ

2019-08-02 17:21:41 |ມາຈາກ: CRI

ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ທ່ອງ​ທ່ຽວ​ຈີນ​ໄດ້​ປະ​ກາດ “​ບົດ​ລາຍ​ງານໝາກ​ຜົນ​ຄົ້ນ​ຄວ້າ​ການ​ໝູນ​ເດີນ​ເສດ​ຖະ​ກິດ​ທ່ອງ​ທ່ຽວ​ແລະເປັນ​​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໃນ 6 ເດືອນ​ຕົ້ນ​ປີ 2019” ໃນ​ວັນ​ທີ 1 ສິງ​ຫາ​ນີ້. ບົດ​ລາຍ​ງານ​ລະ​ບຸ​ວ່າ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ບັນ​ລຸ​ເຖິງ 3.08 ຕື້​ເທື່ອ​ຄົນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 8,8%, ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ບັນ​ລຸ​ເຖິງ 2780 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 13,5%.

ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ມາ​ທ່ຽວ​ປະ​ເທດ​ຈີນ​ໄດ້​ເພີ່ມ​ຂຶ້ນ 5% ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ລາຍ​ຮັບ​ການ​ທ່ອງ​ທ່ຽ​ວ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ 5%, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 14%.