ກອງ​ປະ​ຊຸມ​​ຂະ​ແໜງ​ການບັນ​ເທິງ​ດີ​ຈີ​ຕອນ​ສາ​ກົນ​ຈີນ​ຄັ້ງ​ທີ 17 ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້

2019-08-02 17:22:30 |ມາຈາກ: CRI

ຕາມ​ຂ່າວ​ສານ​ຈີນ: ວັນ​ທີ 1 ສິງ​ຫານີ້, ກອງ​ປະ​ຊຸມ​ຂະ​ແໜງ​ການ​ບັນ​ເທິງ​ດີ​ຈີ​ຕອນ​ສາ​ກົນ​ຈີນ​ຄັ້ງ​ທີ 17 ໄດ້​ຈັດຂຶ້ນຢູ່​ນະ​ຄອນ​ຊຽງ​ໄຮ້, ກອງ​ປະ​ຊຸມ​ໄດ້​ຖະ​ແຫຼງ​ “ບົດ​ລາຍ​ງານ​ຂະ​ແໜງ​ການ​ເກມຂອງ​ຈີນ​ແຕ່​ເດືອນ​ມັງ​ກອນ​ຫາ​ມິ​ຖຸ​ນາ2019”. ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ 6 ເດືອນຕົ້ນ​ປີນີ້, ​ ​ໃນຕະ​ຫຼາດ​​ເກມ​ຂອງ​ຈີນ, ມີລາຍ​ໄດ້​ການ​ຈຳ​ໜ່າຍ 114,02 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ກາຍ 8,6%; ໃນ​ນັ້ນ, ເກມ​ເຄື່ອນ​ທີ່​ບັນ​ລຸ​ລາຍ​ໄດ້​ການ​ຈຳ​ໜ່າຍ 77,07 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ກາຍ 21,5%; ສຳ​ລັບ​ເກມ​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ, ລາຍ​ໄດ້​ການ​ຈຳ​ໜ່າຍ​ຢູ່​ຕ່າງ​ປະ​ເທດ​ໄດ້​ບັນ​ລຸ​ເຖິງ 5.57ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ກາຍ 20,2%. ນັບ​ມາ​ຮອດ​ເດືອນ​ມິ​ຖຸ​ນາ 2019, ຜູ້ຫຼີ້ນ​ເກມ​ຢູ່​ຈີນ​ໄດ້​ທະ​ລຸ 640 ລ້ານ​ຄົນ, ເພີ່ມ​ຂຶ້ນຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​ກາຍ 5,9%.