ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​ສາ​ມາດ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໄດ້ໂດຍ​ພື້ນ​ຖານ​

2019-08-05 18:34:32 |ມາຈາກ: CRI

ວັນ​ທີ 5 ສິງ​ຫາ​ນີ້, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າ​ວ​ກ່ຽວ​ກັບ​ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​ວ່າ: ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ມາດ​ຕະ​ການ​ແຕ່​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າກໍ​ຄື​ການ​ຄາດ​ວ່າ​ຈະ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ​ແລະ​ອື່ນໆ, ວັນ​ທີ 5 ສິງ​ຫາ​ນີ້, ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ເງິນຢວນ​ຕໍ່​ໂດ​ລາ​ສະ​ຫະ​ລັດ​ໄດ້​ຕົກ​ຕ່ຳ​ລົງ,ຄື ໜຶ່ງ​ໂດ​ລາ​ສະ​ຫະ​ລັດ​ແລກ​ປ່ຽນ​ເງິນຢວນ​ໄດ້ຫຼາຍກວ່າ 7​ຢວນ,ແຕ່​ວ່າ ​ຄ່າເງິນຢວນ​ຍັງ​ຈະ​ສືບ​ຕໍ່​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ຄວາມ​ເຂັ້ມ​ແຂງ​ເມື່ອ​ທຽບ​ກັບ​ຄ່າ​ເງິນ​ຕາ​ໃນ​ໝວດ​ດຽວ( Basket of currencies ) ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ເໜັງ​ຕີງ​ຂອງ​ການ​ສະ​ໜອງແລະ​ຄວາມ​ຕ້ອງ​ການ​ໃນ​ຕະຫຼາດ​ກໍ​ຄື​ຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ.

ຈີນ​ໄດ້​ປະ​ຕິ​ບັດ​ລະ​ບຽບ​ການ​​ແລກ​ປ່ຽນ​ເງິນ​ຕາ​ແບບ​ລອຍ​ຕົວ​ໂດຍ​ຖື​ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ໃນ​ຕະຫຼາດ​ເປັນ​ພື້ນ​ຖານ,​ປັບ​ປຸງຄ່າ​ເງິນ​ຕາ​ ຢ່າງ​ມີ​ການ​ຄຸ້ມ​ຄອງ. ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ໃນ​ຕະຫຼາດ​ໄດ້​​ສະ​ແດງ​ບົດ​ບາດ​ຕັດ​ສິນ​ ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ, ​ການ​ເໜັງ​ຕີງ​ຂອງອັດ​ຕາ​ແລກ​ປ່ຽນ​ເງິນຢວນ​ກໍ​ແມ່ນ​ຊີ້​ຂາດ​ຢູ່​ນຳ​ກົນ​ໄກ​ດັ່ງ​ກ່າວ​ນີ້, ເຊິ່ງ​ເປັນ​ສິ່ງ​ທີ່​ເປັນ​ໄປ​ໄດ້​ຕາມ​ລະ​ບຽບ​ການ​​ຂອງອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ແບບ​ລອຍ​ຕົວ. ເມື່ອ​ສັງ​ເກດ​ຈາກ​ແງ່​​ມູນ​ຂອງຕະຫຼາດ​ໂລກ, ໃນ​ຖາ​ນະ​ເປັນ​ລາ​ຄາ​ປຽບ​ທຽບ​ລະ​ຫວ່າງ​ເງິນ​ຕາ, ການ​ເໜັງ​ຕີງ​ຂອງ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ມັນ​ເປັນ​ເລື່ອງ​ປົກ​ກະ​ຕິ, ເມື່ອ​ມີ​ການ​ເໜັງ​ຕີງ, ກົນ​ໄກ​ລາ​ຄາ​ຈິ່ງ​ຈະ​ສາ​ມາດ​​ສະ​ແດງ​ບົດ​ບາດ​ໃນ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ແລະ​ປັບ​ປຸງ​ໂດຍ​ອັດ​ຕະ​ໂນ​ມັດ. ເມື່ອ​ທົບ​ທວນ​ຄືນ​ການ​ປ່ຽນ​ແປງ​ຂອງ​ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​ໃນ 20 ປີ​ຜ່ານ​ມາ, ກໍ​ຈະ​ພົບ​ວ່າ ​ຄ່າເງິນຢວນ​ຕໍ່​ເງິນ​ໂດ​ລາ​ສະ​ຫະ​ລັດ ມີ​​ໄລ​ຍະ​ໜຶ່ງ​ ແລກ​ປ່ຽນ 1 ໂດ​ລາ​ສະ​ຫະ​ລັດ​​ຕໍ່ເງິນຢວນ​ 8 ຢວນ​ປາຍ, ກໍ​​ໄລ​ຍະ​ໜຶ່ງ​ທີ່ 1 ໂດ​ລາ​ສະ​ຫະ​ລັດ​ແລກ​ປ່ຽນ​ເງິນຢວນ​ໄດ້ 7 ຢວນ​ປາຍ ແລະ6 ຢວນ​ປາຍ​ກໍ​ມີ, ສ່ວນ​ປັດ​ຈຸ​ບັນ, ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​ຕໍ່​ເງິນ​ໂດ​ລາ​ສະ​ຫະ​ລັດ ໄດ້​ກັບ​ຄືນ​​ສູ່ລະ​ດັບຫຼາຍກວ່າ 7 ຢວນ​ອີກ​ຄັ້ງ. ມີ​ຂຶ້ນ​ມີ​ລົງ ​ເຊິ່ງເປັນ​ເລື່ອງ​ປົກ​ກະ​ຕິ.