ທ່ານ​ສີ​ຈິ້ນ​ຜິງ​ ຕອບ​ຈົດ​ໝາຍ​ໂດຍ​ຮຽກ​ຮ້ອງ​ໃຫ້​ຊາວ​ບ້ານ​ຂອງ​ຕາ​ແສງ​ເຊ້ຍ​ດາງ​ເສີມ​ຂະ​ຫຍາຍ​ຄຳ​ຂວັນ “ນ້ຳ​ຕົກໃສ່​ຫີນ​ຍັງ​ຮູ້​ຫ້ຽນ” ​ເພື່ອ​ພັດ​ທະ​ນາ​ບ້ານ​ຊົນ​ນະ​ບົດ

2019-08-06 18:09:55 |ມາຈາກ: CRI

ວັນ​ທີ 4 ສິງ​ຫາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ຕອບ​ຈົດ​ໝາຍ​​ສົ່ງ​ໃຫ້​​ຊາວ​ບ້ານ​ຂອງ​ຕາ​ແສງ​ເຊ້ຍ​ດາງ​ເມືອງ​ໂຊ້​ນິງ​ແຂວງ​ຟູ​ຈ້ຽນ​, ເພື່ອ​ສະ​ແດງ​ຄວາມຊົມ​ເຊີຍ​ເຂົາ​ເຈົ້າ​ບັນ​ລຸ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ​ຮຽກ​ຮ້ອງ​ໃຫ້ຊາວ​ບ້ານ​ທັງ​ຫຼາຍ​ຈົ່ງ​ເສີມ​ຂະ​ຫຍາຍ​​ຄຳ​ຂວັນ “ນ້ຳ​ຕົກໃສ່​ຫີນ​ຍັງ​ຮູ້​ຫ້ຽນ”, ແລະ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ບ້ານ​ຊົນ​ນະ​ບົດ​ໃຫ້​ດີ.

ຕາ​ແສງ​ເຊ້ຍ​ດາງ​ຕັ້ງ​ຢູ່​ບ່ອນ​ເລິກ​ຂອງ​ພູ​ຜາ​ເມືອງ​ນິງ​ເຕີ​ທາງ​ພາກ​ຕາ​ເວັນ​ອອກ​ແຂວງ​ຟູ​ຈ້ຽນ, ກ່ອນ​ທ້າຍ​ຊຸມ​ປີ 1980 ​ເຂດ​ນີ້ບໍ່​ມີ​ທາງ​ຫຼວງ​ມາ​ກ່ອນ, ​ການຄົມ​ມະ​ນາ​ຄົມ​ບໍ່​ສະ​ດວກ​. ໃນ​ໄລ​ຍະ​ເຮັດ​ວຽກ​ຢູ່​ແຂວງ​ຟູ​ຈ້ຽນ, ທ່ານ​ສີ​ຈິ້ນ​ຜິງ ເຄີຍ​​ໄດ້ໄປ​ຕາ​ແສງ​ເຊ້ຍ​ດາງ​ສາມ​ເທື່ອ​ເພື່ອ​ສຳ​ຫຼວດ​ແລະ​ຊີ້​ນຳ​ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ຫວ່າງ​ມໍ່ໆ​ມາ​ນີ້, ໂດຍ​ໄດ້​ຮັບ​ການມອບ​ໝາຍ​​ຈາກ​ຊາວ​ບ້ານ​ທັງ​ຫຼາຍ, ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ 6 ຄົນ​ຂອງ​ຕາ​ແສງ​ເຊ້ຍ​ດາງ​ໄດ້​ຂຽນ​ຈົດ​ໝາຍ​ເຖິງ​ທ່ານ​ສີ​ຈິ້ນ​ຜິງ, ເພື່ອ​ແຈ້ງ​ຂ່າວ​ດີ​ທີ່​ຕາ​ແສງ​ເຊ້ຍ​ດາງ​ໄດ້​ຫຼຸດ​ພົ້ນ​ອອກ​ຈາ​ກ​ຄວາມ​ທຸກ​ຍາກ​ແລ້ວ, ແລະ​​ໄດ້ສະ​ແດງ​ຄວາມ​​ຂອບ​ໃຈ​ຕໍ່​ສູນ​ກາງ​ພັກ​ກໍ​ຄືທ່ານເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ.