ຂົວ​ຍາວກວ່າ​ໝູ່​ຂອງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນ​ຢູ່​ໃນ​ຈີນສຳ​ເລັດ​ການ​ເຊື່ອມ​ຕໍ່​ກັນ​ແລ້ວ

2019-08-07 17:59:29 |ມາຈາກ: CRI

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ​ກຸ່ມບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນຄຸນ​ມິງ​ຈຳ​ກັດ​ລາຍ​ງານ​ໃຫ້​ຮູ້​ວ່າ: ຂົວ​​ຂະ​ໜາດໃຫຍ່​​ສຸດ​ການຫຼານ​ປ້າ ເຊິ່ງ​ເປັນ​ຂົວ​ຍາວກວ່າ​ໝູ່​ຕອນ​ພາຍ​ໃນ​ປະ​ເທດ​ຈີນ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ທີ່​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ເລກ 22 ​ຮັບ​ເໝົາ​ກໍ່​ສ້າງນັ້ນ ໄດ້​ສຳ​ເລັດ​ການ​ເຊື່ອມ​ຕໍ່​ກັນ​ແລ້ວຢ່າງ​ສະ​ດວກ​ໃນ​ວັນ​ທີ 6 ສິງ​ຫານີ້.

ຂົວ​​ຂະ​ໜາດ​ໃຫຍ່​ສຸດ​ການຫຼານ​ປ້າ ຕັ້ງ​ຢູ່​ເມືອງ​ຊຽງ​ຮຸ່ງ​ແຂວງ​ຢຸນ​ນານ, ຍາວ 3,5 ກິ​ໂລ​ແມັດ, ມີ​ເສົາ​ 108 ເສົາ, ເລີ່ມ​ກ່າຍ​ຂົວ​ໃນ​ທ້າຍ​ເດືອນ​ມີ​ນາ​ປີນີ້. ການເຊື່ອມ​ຕໍ່​ຂົວ​ສຳ​ເລັດ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ປະ​ກອບ​​ມີ​ຂົວ​ແລະ​ການ​​ວາງ​ລາງລົດ​ໄຟ.

​ມາ​ຮອດ 6 ເດືອນ​ຕົ້ນ​ປີນີ້, ເສັ້ນ​ທາງ​ລົດ​ໄຟ​ລາວ​ຈີນ​ຕອນ​ເມືອງ​ຢູ້​ຊີ່​ຫາບໍ່​ຫານ ໄດ້​ສຳ​ເລັດ​ການ​ລົງ​ທຶນໄປ​ແລ້ວ 60%, ຂົວ​​ສຳ​ເລັດ 73%, ​ອຸ​ມົງ​​ສຳ​ເລັດ65%. ເມື່ອ​ເສັ້ນ​ທາງນີ້ສຳ​ເລັດ​ແລ້ວ, ​ການ​ເດີນ​ທາງແຕ່​ຄຸນ​ມີງ​ຫາ​ຊຽງ​ຮຸ່ງ​ໃຊ້​ເວ​ລາ​ພຽງ​ແຕ່ 3 ຊົ່ວ​ໂມງ​ເທົ່າ​ນັ້ນ, ​ແຕ່​ຄຸນ​ມິງ​ຫາ​ວຽງ​ຈັນ​​ແມ່ນ​ອອກ​ເດີນ​ທາງ​ແຕ່​ເຊົ້າ, ຕອນ​ແລງ​ກໍ່​ຈະຮອດ.