ໃນ 70 ປີ​ຜ່ານ​ມາ ຍອດ​ປະ​ລິ​ມານ​ການ​ຜະ​ລິດ​ທັນ​ຍາ​ຫານ​ຂອງ​ຈີນ​ເພີ່ມ​ຂຶ້ນ 4,8 ເທົ່າ

2019-08-07 18:00:36 |ມາຈາກ: CRI

ວັນ​ທີ 5 ສິ​ງ​ຫາ​ນີ້, ອົງ​ການສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານກ່ຽວ​ກັບ​ຜົນ​ສຳ​ເລັດ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເພື່ອສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງປະ​ເທດ​ຈີນ​ໃໝ່​ຄົບ​ຮອບ 70 ປີ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2018, ຍອດ​ປະ​ລິ​ມານ​ການ​ຜະ​ລິດ​ທັນ​ຍາ​ຫານ​ຂອງ​ທົ່ວ​ປະ​ເທດ​ຈີນ​ໄດ້​ບັນ​ລຸ​ເຖິງ 657,9 ຕື້ກິ​ໂລ, ເພີ່ມ​ຂຶ້ນ 4,8 ເທົ່າ​ເມື່ອ​ທຽບ​ໃສ່​ປີ 1949,ແລະ​ເພີ່ມ​ຂຶ້ນ​ໂດຍ​ສະ​ເລ່ຍ​ໃນ​ແຕ່​ລະ​ປີ 2,6% ສະ​ເລ່ຍ​ຕໍ່​ປີ.

ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ຕົ້ນ​ໄລ​ຍະ​ແຫ່ງ​ການ​ສ້າງ​ຕັ້ງ​ປະ​ເທດ​ຈີນ​ໃໝ່,ການ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ຈາກ​ສັດ​ລ້ຽງ​ຂອງ​ຈີນ​ໂດຍ​ລວມແມ່ນ​ຂາດ​ເຂີນ. ຫຼັງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລ້ວ,ໂດຍ​ສະ​ເພາະ​ແມ່ນ​ຫຼັງ​ຈີນ​ໄດ້​ປ່ອຍ​​ລາ​ຄາ​ຜະ​ລິດ​ຕະ​ພັນ​ຈາກ​ສັດລ້ຽງ​ເຊັ່ນ: ຊີ້ນ​ໝູ, ໄຂ່, ສັດປີກແລະ​ນົມ​ເປັນ​ຕົ້ນ​ໃນ​ປີ 1985 ແລ້ວ, ຂະ​ແໜງ​ການ​ລ້ຽງ​ສັດແລະ​ຂະ​ແໜງ​ການດັ້ງ​ເດີມ​ອື່ນໆ​ລ້ວນ​ແຕ່​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ,ປະ​ລິ​ມານ​ການ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ຈາກ​ສັດ​ລ້ຽງຕົ້ນ​ຕໍ​ໄດ້​ຢືນ​ຢູ່​ອັນ​ດັບ 1 ຂອງ​ໂລກ​,ສ່ວນປະ​ລິ​ມານ​ການ​ຜະ​ລິດ​ສັດ​ປີກ​ແລະ​ໄຂ່​​ຢູ່​ອັນ​ດັບ 1 ຂອງ​ໂລກ​ຫຼາຍ​ປີ​ລຽນ​ຕິດ. ນອກ​ນີ້,ຍອດ​ປະ​ລິ​ມານ​ການ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ສິນ​​ໃນນ້ຳ​ກໍ່​​ຢູ່​ໃນ​ອັນ​ດັບ 1 ຂອງ​ໂລກ​ແຕ່ປີ 1989 ​ເປັນ​ຕົ້ນ​ມາ.