ການ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ “​ຄວບ​ຄຸມ​ອັດ​ຕາ​ແລ​ກ​ປ່ຽນ​ເງິນ​ຕາ”​ນັ້ນ ເປັນ​ການ​ໃຊ້​ສອງ​ມາດ​ຕະ​ຖານຢ່າງ​ຈະ​ແຈ້ງ

2019-08-09 16:59:24 |ມາຈາກ: CRI

ເມື່ອ​ບໍ່​ດົນ​ມາ​ນີ້, ກະ​ຊວງ​ການ​ເງິນ​ອາ​ເມ​ຣິ​ກາ​ໄດ້​ຈັດ​ໃຫ້​ຈີນ​ເປັນ​ “ປະ​ເທດ​ຄວບ​ຄຸມ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ” ເຊິ່ງ​ອາ​ເມ​ຣິ​ກາ​ໄດ້ຫຼິ້ນ​ຕຸກ​ຕິກ​ອີກ​ດ້ານໜຶ່ງ​ໃນ​ການ​ສວຍ​ໃຊ້ ສອງ​ມາດ​ຕະ​ຖານ​ໃນ​ການ​ກີດ​ກັ້ນ​ຄູ່​ແຂ່ງ​ຂັນ​.

​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ​ທີ່ອາ​ເມ​ຣິ​ກາ​ໄດ້​ອີງ​ອາ​ໄສ​ຖາ​ນະ​ເງິນ​ໂດ​ລາ​ສະ​ຫະ​ລັດ​ເຊິ່ງ​ເປັນ​ເງິນ​ຕາສາ​ກົນ, ແລ້ວ​ຖື​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ເປັນ​ພາ​ຫະ​ນະ​ໃນ​ການ​ປົກ​ປ້ອງ​​ຄວາມ​ເປັນມະ​ຫາ​ອຳ​ນາດ​ຂອງ​ຕົນ. ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ເນື່ອງ​ຈາກ​ອາ​ເມ​ຣິ​ກາ​ປະ​ຕິ​ບັດ​ນະ​ໂຍ​​ບາຍ​ລັດ​ທິ​ຝ່າຍ​ດຽວ​ຕາມ​ລຳ​ພັງ​ໃຈ, ຈິ່ງ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ກັບ​ຈີນ​ຮຸນ​ແຮງ​ຂຶ້ນ, ​ແລະ​ເຮັດ​ໃຫ້ຕະຫຼາດ​ການ​ທະ​ນາ​ຄານ​ທົ່ວ​ໂລກ​ເກີດ​ຄວາມ​ປັ່ນ​ປ່ວນຫຼາຍ​ຂຶ້ນ, ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​ມີ​ລັກ​ສະ​ນະ​ປັບ​ຕົວ​ໃຫ້​ສອດ​ຄ່ອງ​ກັບ​ກົນ​ໄກຕະຫຼາດຫຼາຍ​ຂຶ້ນ​ຕາມ​ຕ່ອງ​ໂສ້ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ຂອງຕະຫຼາດ​​​ທີ່​ເປັນ​ຜູ້ມີ​ບົດ​ບາດ​ຕັດ​ສິນ​ຊີ້​ຂາດ, ຈິ່ງ​ເຮັດ​ໃຫ້​ຄ່າ​ເງິນເໜັງ​ຕີງ​ຂຶ້ນໆ​ລົງໆ​ໃນ​ລະ​ດັບ​ໃດ​ໜຶ່ງ. ​ແຕ່​ວ່າ, ​ຄົນ​ຈຳ​ນວນ​ໜຶ່ງ​ໃນ​ອາ​ເມ​ຣິ​ກາ​ພັດ​ລືມ​ໄປ​ແລ້ວ​ວ່າ ຕົນ​ເອງ​ເຄີຍ​ຖື​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ເປັນ​ພາ​ຫະ​ນະ​ປົກ​ປ້ອງ​ຄວາມ​ເປັນ​ມະ​ຫາ​ອຳ​ນາດ​ຂອງ​ຕົນ​ແລ້ວ​ປ່ຽນ​ທ່າ​ທີ​ຢ່າງ​ໄວ​ວາໂດຍ​ຕຳ​ໜິ​ຕິ​ຕຽນ​ຢ່າງ​ໄຮ້​ເຫດ​ຜົນ​ວ່າ ຈີນ​ໄດ້​ຄວບ​ຄຸມ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ, ເຊິ່ງ​​ຖ້ອຍ​ຄຳ​ຂອງ​ຄົນ​ເຫຼົ່າ​ນີ້​ໄດ້​ຂັດ​ກັບ​​ການ​ກະ​ທຳຂອງ​ເຂົາ​ເຈົ້າ​​ທີ່​ເຄີຍ​ໄດ້​ປະ​ຕິ​ບັດ​ໃນ​ໄລ​ຍະ​ຜ່ານ​ມາ, ຈິ່ງ​ເປັນ​ເລື່ອງ​ຕະຫຼົກ. ກົງ​ກັນ​ຂ້າມ, ໃນ​ໄລ​ຍະ​ປີ​ປາຍ​ຜ່ານ​ມາ, ຄົນ​ຈຳ​ນວນ​ໜຶ່ງ​ໃນ​ອາ​ເມ​ຣິ​ກາ​ໄດ້​ກົດ​ດັນ​ຕໍ່​ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ໃຫ້ຫຼຸດ​ອັດ​ຕາ​ດອກ​ເບັ້ຍ​ໂດຍ​ມີ​ເຈດ​ຕະ​ນາ​ໃຫ້​ອັດ​ຕາ​ແລກ​ປ່ຽນ​ເງິນ​ໂດ​ລາ​ສະ​ຫະ​ລັດ​ອ່ອນ​ຄ່າ​ລົງ. ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເລື່ອງ​ນີ້, ໃນ​ກໍ​ລະ​ນີ​ທີ່​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ​ມີ​ເງືອນ​ໄຂ​ບໍ່​​ພຽງ​ພໍທີ່​ຈະ​ປັບຫຼຸດ​ອັດ​ຕາດ​ອກ​ເບັ້ຍ​​ຢູ່​ແລ້ວ ແຕ່ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ຈຳ​ເປັນ​ຕ້ອງ​ປະ​ກາດຫຼຸດ​ອັດ​ຕາ​ດອກ​ເບັ້ຍ​ໃນ​ວັນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ. ແຕ່​ວ່າ ຄົນ​ຈຳ​ນວນ​ໜຶ່ງ​ໃນ​ອາ​ເມ​ຣິ​ກາ​ບໍ່​​ໄດ້ເອົາ​ຫົວ​​ໃສ່​ໃຈຊາ​ຕໍ່​​ບັນ​ຫາ​ນີ້, ຍັງ​ສື​ບ​ຕໍ່​ຮຽກ​ຮ້ອງ​ໃຫ້​ທະ​ນາ​ຄານ​ກາງ​ຂອງ​ຕົນຫຼຸດ​ອັດ​ຕາ​ດອກ​ເບັ້ຍ​ໃຫ້ຫຼາຍກວ່າ​ເກົ່າ​ແລະ​ໄວ​ກວ່າ​ເກົ່າ. ການ​ກະ​ທຳ​​ໃນ​ລັກ​ສະ​ນະ​ນີ້​ເປັນ​ການ​ເພີ່ມ​ແຮງ​ກົດ​ດັນ​ທາງ​ການ​ເມືອງ​​ຕໍ່​ທະ​ນາ​ຄານ​ກາງ​ອາ​ເມ​ຣິ​ກາ​ຢ່າງ​ຈະ​ແຈ້ງ​,ນີ້​ຈິ່ງ​ແມ່ນ​ການ​ຄວບ​ຄຸມ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຢ່າງ​ແທ້​ຈິງ. ອາ​ເມ​ຣິ​ກາ​ເອງ​ຈົງໃຈ​​ເຮັດ​ໃຫ້​ຄ່າ​ເງິນ​ໂດ​ລາ​ອ່ອນ​ຄ່າ​ລົງ, ແຕ່​ພັດໄດ້ຕຳ​ໜິ​ວິ​ຈານ​ຢ່າງ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ເໜັງ​ຕີງ​ຂອງ​ເງິນຢວນ​ທີ່​ເກີດ​ຂຶ້ນ​ຕາມ​ຕ່ອງ​ໂສ້ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ, ເຊິ່ງ​ເປັນ​ການ​ກະ​ທຳ​ໃນ​ລັກ​ສະ​ນະ​ສອງ​ມາດ​ຕະ​ຖານ​ຢ່າງ​​ຈະ​ແຈ້ງ.

ຈີນ​ເປັນກຸ່ມ​ເສດ​ຖະ​ກິດ​ໃຫຍ່​​ອັນ​ດັບ 2 ຂອງ​ໂລກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະໃຊ້​ການ “​ຄວບ​ຄຸມ​ອັດ​ຕາ​ແລກ​ປ່ຽນ​ເພື່ອ​​ໃຫ້ໄດ້​​ປຽບ​ໃນ​ການ​ແຂ່ງ​ຂັນ​ທີ່ບໍ່​ຍຸດ​ຕິ​ທຳ”.

ດ້ານ​ໜຶ່ງ, ຈີນ​ມີ​ຕ່ອງ​ໂສ້​​ອຸດ​ສາ​ຫະ​ກຳ​ທີ່​ຄົບ​ຖ້ວນກວ່​າ​ໝູ່​​ໃນ​ໂລກ, ຕ່ອງ​ໂສ້​ການ​ສະ​ໜອງ​ມີ​ທ່າ​ແຮງ​ຢ່າງ​ເດັ່ນ​ຊັດ, ເວົ້າ​ສຳ​ລັບ​ນັກ​ທຸ​ລະ​ກິດ​ນຳ​ເຂົ້າ​ສ່ວນຫຼາຍ​ຂອງ​ອາ​ເມ​ຣິ​ກາ​ແລ້ວ, ຜະ​ລິດ​ຕະ​ພັນ​ຂອງ​ຈີນ​ແມ່ນບໍ່​ມີ​ປະ​ເທດ​ໃດ​ສາ​ມາດ​ທົດ​ແທນ​ໄດ້. ໃນ 6 ເດືອນ​ຕົ້ນ​ປີນີ້, ການ​ສົ່ງ​ອອກ​​ສິນ​ຄ້າ​ຈີນ​ສູ່ອາ​ເມ​ຣີ​ກາ​​ໄດ້ຫຼຸດ​ລົງ 2,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ອາ​ເມ​ຣິ​ກາ​​ສູ່​ຈີນໄດ້ຫຼຸດ​ລົງ 25,7%, ການ​ນຳ​ເຂົ້າ​ກັບ​ການ​ສົ່ງ​ອອກຫຼຸດ​ລົງຫຼາຍ​ປານນີ້, ​ສາ​ມາດ​ຢືນ​ຢັນ​ໄດ້​ວ່າ ຜະ​ລິດ​ຕະ​ພັນ​ຂອງ​ຈີນ​​ບໍ່​ມີ​ໃຜ​ສາ​ມາດ​ທົດ​ແທນໄດ້.<br>ອີກ​ດ້ານ​​ອື່ນ, ອັນ​ທີ່​ກ່າວ​ຫາ​ວ່າ​ຈີນ “ຄວບ​ຄຸມ​ອັດ​ຕາ​ແລກ​ປ່ຽນ” ແມ່ນ​ບໍ່​ສອດ​ຄ່ອງ​ກັບ​​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ເສດ​ຖະ​ກິດ​ຈີນ​​ທີ່​ຫັນ​ປ່ຽນ​ຈາກ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ ​ເປັນ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ. ຖ້າ​ຫາກວ່າ​ຕັ້ງ​ໃຈຫຼຸດ​ອັດ​ຕາ​ແລກ​ປ່ຽນ​ສະ​ກຸນ​ເງິນຢວນ​ຈີນ​​ລົງ, ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ວິ​ສາ​ຫະ​ກິດ​ຈີນ​ໃນ​ການ​ຍົກ​ລະ​ດັບ​ກໍ່​ຄື​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​​ດ້ານການ​ຕະຫຼາດ, ຍັງ​​ອາດ​ຈະ​ກະ​ທົບ​​ເຖິງຄວາມ​ໝັ້ນ​ໃຈ​ຂອງ​ຕະຫຼາດ, ບໍ່​ມີ​ຜົນ​ດີ​ຕໍ່​​ສະ​ຖຽນ​ລະ​ພາບດ້ານ​ການ​​ທະ​ນາ​ຄານ.

ສະນັ້ນ, ​ການ​ຄວບ​ຄຸມ​ເງິນຢວນ​ໃຫ້​ອ່ອນ​ຄ່າ​ຢ່າງຫຼວງຫຼາຍແມ່ນບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​​ອັນ​ແທ້​ຈິງ​ຂອງ​ຈີນ​ເອງ. ສະ​ພາບ​ພື້ນ​ຖານ​ທີ່​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ດ້ວຍ​ດີ​​ມາເປັນ​ເວ​ລາ​​ດົນ​ນານ ໄດ້​ສະ​ໜອງ​ການ​ຄ້ຳ​ປະ​ກັນອັນ​ແຂງ​ແຮງ​ໃຫ້​ແກ່​ສະ​ກຸນ​ເງິນຢວນ​ຈີນ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນ​ຖານ​ໃນ​ລະ​ດັບ​ດຸນ​ດ່ຽງ​ແລະ​ສົມ​ເຫດ​ສົມ​ຜົນ. ຊາວ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ໃຊ້​ 2 ມາດ​​ຕະຖານ​ມາ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ວ່າ “ຄວບ​ຄຸມ​ອັດ​ຕາ​ແລກ​ປ່ຽນ” ແມ່ນ​ໄຮ້​ເຫດ​ຜົນ​ແລະ​​ມີ​ເຈ​ຕະ​ນາ​ຮ້າຍ, ບໍ່​ພຽງ​ແຕ່ບໍ່​ສາ​ມາດ​ບັນ​ລຸ​ເຖິງ​ເປົ້າ​ໝາຍ​ໂຈມ​ຕີ​ເສດ​ຖະ​ກິດ​ຈີນ​ຂອງ​ເຂົາ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ທຳ​ລາຍ​ຊື່​ສຽງ​ຂອງ​ອາ​ເມ​ຣິ​ກາ​ໃນ​ເວ​ທີ​ສາ​ກົນອີກ​ດ້ວຍ. ​ສະ​ນັ້ນ, ຈຶ່ງ​ຂໍ​ຮຽກ​ຮ້ອງ​ໃຫ້​ກຸ່ມ​ຄົນ​ເຫຼົ່າ​ນີ້​ຢ່າຫຼີ້ນ​​ຕຸກ​ຕິກ​ 2 ມາດ​ຖານ​ແບບ​ນີ້​ອີກ, ຢ່າ​​ກະຫຼຳ​ເລິກ​ເດີນ​ຕາມ​ເສັ້ນ​ທາງທີ່​ຜິດ​ພາດ​ອີກ​ດ້ວຍ.