ກອງປະຊຸມຖະແຫລງຂ່າວສະເພາະຢຸນນານເພື່ອສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງການສະຖາປະນາປະເທດຈີນໃໝ່ໄດ້ຈັດຂຶ້ນໃນປັກກິ່ງ

2019-08-13 18:12:09 |ມາຈາກ: 云南日报

 

ວັນທີ 12 ສິງຫາ,ກອງປະຊຸມຖະແຫລງຂ່າວສະເພາະຢຸນນານເພື່ອສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງການສະຖາປະນາປະເທດຈີນໃໝ່ໄດ້ຈັດຂຶ້ນໃນປັກກິ່ງ. ທ່ານ ເຊີນເຮົາ ເລຂາຄະນະພັກແຂວງຢຸນນານ,ຫົວໜ້າຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຂວງຢຸນນານ.

ທ່ານ ລວນເຊີງຝ່າ ຮອງເລຂາຄະນະພັກແຂວງຢຸນນານ,ເຈົ້າແຂວງຂອງອຳນາດການປົກຄອງປະຊາຊົນແຂວງຢຸນນານ,ແນະນຳສະພາບການຂອງຢຸນນານ ແລະ ຕອບຄຳຖາມຂອງນັກຂ່າວ.ໃນສະຖານທີ່ຈັດກອງປະຊຸມຖະແຫລງຂ່າວໄດ້ຈັດຂຶ້ນພ້ອມກັບກິດຈະກຳສະແດງຜົນສຳເລັດການພັດທະນາແຂວງຢຸນນານຄົບຮອບ 70 ປີແຫ່ງການສະຖາປະນາປະເທດຈີນໃໝ່.

ໃນກອງປະຊຸມຖະແຫລງຂ່າວ,ທ່ານ ເຊີນເຮົາ ຫົວໜ້າຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຂວງຢຸນນານຖະແຫລງເຖິງຜົນສຳເລັດຂອງການພັດທະນາເຫຼົ່ານີ້ແມ່ນຄວນທີ່ຈະໄດ້ຮັບຄວາມສົນໃຈ.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ(ປີ2012),ຍອດປະລິມານເສດຖະກິດແຂວງຢຸນນານທີ່ຢູ່ໃນອັນດັບທີ 24 ຂອງປະເທດໃນປີ2012 ໄດ້ຂຶ້ນມາເປັນອັນດັບທີ 20 ຂອງປະເທດໃນປີ 2018.ຍອດປະລິມານເສດຖະກິດມີປະມານ 1800 ຕື້ຢວນ,ເພີ່ມ​ຂຶ້ນ 205 ເທົ່າ​ເມື່ອ​ທຽບ​ໃສ່​ປີ 1952.

ເສັ້ນທາງດ່ວນທີ່ເປີດໃຫ້ສັນຈອນມີໄລຍະທາງເຖິງ 5198 ກິໂລແມັດ.ເສັ້ນທາງລົດໄຟທີ່ເປີດໃຫ້ບໍລິການມີໄລຍະທາງ 3856 ກິໂລແມັດ, ສະໜາມບິນທີ່ເປີດບໍລິການໃຫ້ສາຍການບິນດຳເນີນການບິນມີ 15 ແຫ່ງ.ສາຍບິນບັນລຸການຄອບຄຸມແຕ່ນະຄອນຄຸນໝິງຫານະຄອນຫຼວງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ແຕ່ປີ 2012 ຫາ ປີ 2018,ອັດ​ຕາການ​ປົກ​ຫຸ້ມ​​ຂອງ​ປ່າ​ໄມ້ເພີ່ມຂຶ້ນຈາກ​​ 50,03% ເປັນ 60,3%, ອັດຕາສ່ວນຂອງຄຸນນະພາບອາກາດດີປະຈຳວັນຢູ່ໃນຕົວເມືອງຂະຫນາດກາງທີ່ຂຶ້ນກັບອຳນາດການປົກຄອງແຂວງຢຸນນານແມ່ນສູງກວ່າ 98%.

ຢຸນນານສ້າງຕັ້ງ 11 ກົນໄກການຮ່ວມມືເຂດທ້ອງຖິ່ນແບບສອງຝ່າຍຫຼາຍຝ່າຍກັບ 9 ປະເທດ, ສ້າງສຳເລັດເຂດຄວາມສາມາດການຮ່ວມມືເປີດກວ້າງ 18 ເຂດ 7 ປະເພດໃຫຍ່ ແລະ ເວທີເປີດກ້ວາງທີ່ສຳຄັນເຊັ່ນ: ງານວາງສະແດງຈີນ-ອາຊີໃຕ້ ແລະ ອື່ນໆ,ທຸລະກິດເງິນຢວນຂ້າມແດນກວມເອົາ 90 ກວ່າປະເທດແລະພາກພື້ນໃນຕ່າງປະເທດ.

ແຕ່ປີ 2013 ຫາ ປີ 2018,ປະຊາຊົນທຸກຍາກ 7,07 ລ້ານຄົນໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກ, ໃນປີ 2020 ປະຊາຊົນບັນດາຊົນເຜົ່າໃນທຸກເມືອງຂອງແຂວງຢຸນນານແລະປະຊາຊົນໃນທົ່ວປະເທດຈີນຈະຮ່ວມກັນກ້າວເຂົ້າສູ່ສັງ ຄົມ
ທີ່ມີຄວາມຜາສຸກສົມບູນແບບ.

ລາຍຮັບສະເລ່ຍຕໍ່ຫົວຄົນໃນຕົວເມືອງແຕ່ 117,6 ຢວນໃນປີ 1950ໄດ້ເພີ່ມຂຶ້ນຮອດ 33,5ພັນຢວນໃນປີ 2018,ເພີ່ມ​ຂຶ້ນ 283,7 ເທົ່າ.ລາຍຮັບສະເລ່ຍຕໍ່ຫົວຄົນໃນເຂດຊົນນະບົດ ແຕ່ 47,5 ຢວນໃນປີ 1952 ໄດ້ເພີ່ມຂຶ້ນຮອດ 10,8 ພັນຢວນໃນປີ 2018,ເພີ່ມ​ຂຶ້ນ 225,7 ເທົ່າ.