ດ່ານ​ພາ​ສີ​ຈີນ​ໄດ້​ເປີດ​ນຳ​ໃຊ້ແອັບ​ແຈ້ງ​ດ່ານ​ສຳ​ລັບ​ສ່ວນ​ບຸ​ກ​ຄົນ​ເຂົ້າ​ອອກ​ເມືອງ

2019-08-13 18:19:20 |ມາຈາກ: CRI

ແອັບວິ​ແຊັດ​ໄດ້​ເປີດ​ນຳ​ໃຊ້​ຢູ່​ຕາມ​ດ່ານ​ພາ​ສີ​ນະ​ຄອນ​ກວາງ​ໂຈ່ວໃນ​ວັນ​ທີ 12 ສິງ​ຫາ​ນີ້.ຕາມ​ຂ່າວ​ແຈ້ງວ່າ, ນີ້​ແມ່ນ​ແອັບວິ​ແຊັດ​​ຄັ້ງ​ທຳ​ອິດ​​ທີ່​ໃຊ້​ຢູ່​ໃນດ່ານ​ພາ​ສີ​ຈີນ​ສຳ​ລັບ​ສ່ວນ​ບຸກ​ຄົນ​ເຂົ້າ​ອອກ​ເມືອງ ເຊິ່ງ​ເປັນ​ການ​ທົດ​ລອງ​ໃໝ່​ສຳ​ລັບ​ດ່ານ​ພາ​ສີ​ນະ​ຄອນກວາງ​ໂຈ່ວ​ໃນ​ການ​ປະ​ດິດ​ສ້າງ​ໃໝ່​ຮູບ​ແບບ​ການ​ບໍ​ລິ​ການ “ອິນ​ເຕີ​ເນັດ+” ແລະ ​ຕິດ​ຕາມ​ຄຸ້ມ​ຄອງ​ເຄື່ອງ​ຂອງ​ສ່ວນ​ບຸກ​ຄົນ​​ທີ່ເຂົ້າ​ອອກ​ເມືອງ​ແບບ​ອັດ​ສະ​ລິ​ຍະ.

ເຈົ້າ​ໜ້າ​ທີ່​ດ່ານ​ພາ​ສີ​ນະ​ຄ​ອນ​ກວາງ​ໂຈ່ວ​ໃຫ້​ຮູ້​ວ່າ, ແອັບ​ດັ່ງ​ກ່າວ​ໄດ້​ຈັດ​ໃຫ້​ມີ​ຄຳ​ແຈ້ງ​ເຕືອນ, ​ຖານຂໍ້​ມູນ​ວັດ​ຖຸ​ເຄື່ອງ​ຂອງ, ການ​ຄິດ​ໄລ່​ເງິນ​​ເສຍພາ​ສີ​ແບບ​ອັດ​ຕະ​ໂນ​ມັດ ແລະ ການ​ຖ່າຍ​ຮູບ​ຈຳ​ແນກ OCR ເປັນ​ຕົ້ນ ເຊິ່ງ​ໄດ້ຫຼຸດ​ເວ​ລາການ​ແຈ້ງ​ດ່ານ​​ສ່ວນ​ບຸກ​ຄົນ​ໃຫ້​ໜ້ອຍ​ລົງ. ອີງ​ຕາມ​ສະ​ພາບ​ໃນ​ໄລ​ຍະ​ທົ​ດ​ລອງ, ​ສະ​ເລ່ຍ​ແລ້ວ, ເວ​ລາ​ແຈ້ງ​ດ່ານ​ຂອງແຕ່​ລະ​ຄົນ​ຈາກ 10 ກວ່າ​ນາ​ທີ​ໃນ​​ເມື່ອ​ກ່ອນຫຼຸດ​ລົງ​ຕ່ຳກວ່າ 5 ນາ​ທີໃນ​ປັດ​ຈຸ​ບັນ