ວັນທີ 13 ສິງຫານີ້, ອົງການສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍຜົນສຳເລັດດ້ານການພັດທະນາເສດຖະກິດ-ສັງຄົມໃນໄລຍະທີ່ຈີນສະຖາປະນາສາທາລະນະລັດ ປະຊາຊົນຈີນຄົບຮອບ 70 ປີ ເຊິ່ງໄດ້ຊີ້ໃຫ້ເຫັນວ່າ: ປະຊາຊົນທີ່ໃຊ້ອິນເຕີແນັດຂອງຈີນໄດ້ເພີ່ມຈາກ 620000 ຄົນໃນປີ 1997 ຂຶ້ນເປັນ 830 ລ້ານຄົນໃນປີ 2018. ໃນປີ 2018, ການບໍລິໂພກດາຕາທາງອິນເຕີແນັດເຄື່ອນທີ່ບັນລຸ 71,1 ຕື້ ກິກກາໄບເພີ່ມຂຶ້ນ 56,1 ເທົ່າເມື່ອມຽບໃສ່ປີ 2013.
ບັນລາຍງານຍັງໄດ້ຊີ້ໃຫ້ເຫັນວ່າ: ຂະແໜງການຈັດສົ່ງສິນຄ້າດ່ວນຂອງຈີນໄດ້ລື່ນກາຍອາເມຣິກາໃນປີ 2014 ແລະຮັກສາຄວາມເປັນອັນດັບ 1 ຂອງໂລກໄວ້ໄດ້ຢ່າງລຽນຕິດ. ຮອດທ້າຍປີ 2018, ການຈັດສົ່ງສິນຄ້າດ່ວນໄດ້ເພີ່ມຈາກ 1,53 ລ້ານອັນໃນປີ 1988 ຂຶ້ນເປັນ 50,7 ຕື້ອັນ.