ດ່ານບໍ່ຫານ: “ປະຕູປ່າໄມ້”ທີ່ມີສະເໜ່

2019-08-15 17:31:55 |ມາຈາກ: 云南日报

ທີ່ຕັ້ງພູມສາດທີ່ມີລັກສະນະພິເສດຂອງດ່ານບໍ່ຫານຖືກຂະ​ໜານ​ນາມ​ເປັນ“ປະຕູປ່າໄມ້”, ໃນເດືອນ ມີນາ ປີ 1992 ຄະນະລັດຖະບານແຫ່ງປະເທດຈີນຮັບຮອງເອົາດ່ານບໍ່ຫານເປັນດ່ານຊາຍແດນແຫ່ງຊາດປະເພດຫນຶ່ງ, ເດືອນ ທັນວາ ປີ 1993 ດ່ານສາກົນບໍ່ຫານ-ບໍ່ເຕັນຈີນ-ລາວໄດ້ເປີດຂຶ້ນຢ່າງເປັນທາງການ, ປີ 2008, ເສັ້ນທາງດ່ວນນະຄອນຄຸນໝິງຫາບາງກອກເປີດໃຫ້ສັນຈອນ, ດ່ານບໍ່ຫານມີການພັດທະນາຢ່າງວ່ອງໄວ, ເປັນຈຸດເຕົ້າໂຮມອັນສຳຄັນໃນການຮ່ວມມືເສດຖະກິດ ແລະ ການໄປມາຫາສູ່ກັນດ້ານການຄ້າການລົງທຶນໃນລະຫວ່າງປະເທດຈີນ ແລະ ປະເທດອາຊຽນ, ປີ 2018, ດ່ານບໍ່ຫານມີ​ມູນ​ຄ່າ​ການ​ຄ້າຂາເຂົ້າຂາອອກເຖິງ 14,019 ຕື້ຢວນ.

ແຕ່ ເດືອນມັງກອນ ຫາ ເດືອນມິຖຸນາປີ 2019, ດ່ານພາສີຄຸນໝິງຄຸ້ມຄອງການສົ່ງອອກວັດຖຸສິ່ງຂອງທີ່ໃຊ້ໃນການກໍ່ສ້າງທາງລົດໄຟລາວ-ຈີນມີ 97600 ໂຕນ​, ເພີ່ມ​ຂຶ້ນ 2.4%, ​ເມື່ອ​ທຽບ​​ໃສ່​​ໄລຍະດຽວ​ກັນ​ຂອງ​ປີ 2018,​ ມູນ​ຄ່າວັດຖຸມີເຖິງ 392 ລ້ານຢວນ, ​ເພີ່ມ​ຂຶ້ນ 12.1% ​ເມື່ອ​ທຽບ​​ໃສ່​​ໄລຍະດຽວ​ກັນ​ຂອງ​ປີ 2018. ໂຄງການອັນສຳຄັນກຳລັງດຳເນີນການຢ່າງວ່ອງໄວເຊັ່ນ:“ທາງດ່ວນວັງວຽງ”(ເສັ້ນທາງສ່ວນວັງວຽງຫາວຽງຈັນ ເຊິ່ງຢູ່ໃນໂຄງການເສັ້ນທາງດ່ວນດ່ານບໍ່ຫານຫານະຄອນຫຼວງວຽງຈັນ,ປະເທດລາວ), ເຂດພັດນະນາເສດຖະກິດສະເພາະບໍ່ເຕັນແດນງາມ ແລະ ອື່ນໆ, ລ້ວນແຕ່ຊຸກຍູ້ການສົ່ງອອກດ້ານຜະລິດຕະພັນກົນຈັກແລະໄຟຟ້າ, ວັດສະດຸໃຊ້ສຳລັບການກໍ່ສ້າງ, ເຫຼັກກ້າແລະວັດສະດຸອື່ນໆຂອງດ່ານບໍ່ຫານໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.