ການ​ເຕີບ​ໂຕ​ຂອງເສດ​ຖະ​ກິດ​ຈີນຢ່າງ​ໝັ້ນ​ທ່ຽງ​ສາ​ມາດຕ້ານ​ທານ​ຜົນ​ກະ​ທົບ​ຈາກ​ພາຍນອກ​ໄດ້

2019-08-15 17:42:29 |ມາຈາກ: CRI

ວັນ​ທີ 14 ສິງ​ຫາ​ນີ້, ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​​ດ້ານເສດ​ຖະ​ກິດ​ໃນ 7 ເດືອນ​ຕົ້ນ​ປີ​ນີ້ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:ເສດ​ຖະ​ກິດ​ຈີນ​​ຍັງ​ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ລະ​ດັບ​ທີ່​ເໝາະ​ສົມ​,​ສາ​ມາດຮັກ​ສາ​ທ່ວງ​ທ່າ​ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ໄດ້​ໂດຍ​ລວມ​ແລະ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໝັ້ນ​ທ່ຽງ.

ພາຍ​ໃຕ້​ສະ​ພາບ​ການ​ທີ່​​ອາ​ເມ​ຣິ​ກາ​ເຮັດ​ໃຫ້ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ​ແລະ​ຄວາມ​ບໍ່​ແນ່ນອນ​ຈາກ​ພາຍນອກກໍ​ເພີ່ມ​ຂຶ້ນ,​ແຕ່ເສດ​ຖະ​ກິດ​ຈີນ​ຍັງ​ມີ​ຄວາມ​ສາ​ມາດ​ຕ້ານ​ທານ​ອັນ​ໃຫຍ່​ຫຼວງ​​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ສຸ​ຂຸມ​ທຸ່ນ​ທ່ຽງ​ແລະ​ຄວາມ​ເຊື້ອ​ໝັ້ນ​ຕໍ່​ພາຍ​ໃນ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ,ໃນ 7 ເດືອນ​ຕົ້ນ​ປີ​ນີ້, ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຈີນ​ໄດ້​ສືບ​ຕໍ່​ປັບ​ປຸງ​ໃຫ້​ດີ​ຂຶ້ນເປັນ​ກ້າວໆ,ມີ​ຈຸດພົ້ນ​ເດັ່ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ເມື່ອເບິ່ງ​ຈາກ​ໂຄງ​ປະ​ກອບ​ດ້ານ​ອຸດ​ສາ​ຫະ​ກຳ​ແລ້ວ,ຂະ​ແໜງ​ການ​ບໍ​ລິ​ການ​​ຍຸກປັດ​ຈຸ​ບັນ​ມີ​ທ່າ​ອ່ຽງ​​ເຕີບ​ໂຕໄດ້​ເປັນ​ຢ່າງ​ດີ,ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳກໍ​ມີ​ທ່າ​ອ່ຽງ​ທີ່​ຈະ​ແຈ້ງ,ໂຄງ​ປະ​ກອບ​ດ້ານ​ຄວາມ​ຕ້ອງ​ການ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ໃນ 7 ເດືອນ​ຕົ້ນ​ປີ​ນີ້,​ການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​ໃນຈີນ​ໄດ້​ເພີ່ມ​ຂຶ້ນ 7,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ,ໃນ​ນັ້ນ, ​ການ​ລົງທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ​ໃນ​ພາກອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​​ຂັ້ນ​ສູງໄດ້​ເພີ່ມ​ຂຶ້ນ 43,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ,ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​​ຊັບ​ສິນ​ທາງ​ປັນ​ຍາ,ຈີນ​ຍັງ​ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ການ​ລົງ​ທຶນ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ​ຈາກ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​​ຢູ່ຄື​ເກົ່າ.

​ເນື່ອງ​ຈາກ​ອາ​ເມຣິກາສ້າງ​ຄວາມ​ຂັດ​ແຍ້​ງ ​ແລະ​ຍົກ​ລະດັບຄວາມ​ຂັດ​ແຍ້​ງດ້ານການ​ຄ້າ ​ເຊິ່ງ​ເປັນ​ການເພີ່ມ​ທະວີຄວາມ​ບໍ່​ແນ່ນອນ​​ໃຫ້​​ເສດຖະກິດ​ໂລກ, ສະ​ນັ້ນ, IMF, ທະນາຄານ​ໂລກ ​ແລະ​ອົງການຈັດ​ຕັ້ງ​ສາກົນ​ອື່ນໆຈຶ່ງ​ປັບ​ຫຼຸດ​ການ​ຄາດ​ຄະ​ເນຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ໃນ​ປີ 2019 ​ແລະ 2020 ລົງ. ​ປັດຈຸບັນ​ນີ້, ສະພາບ​ການ​​ໂລກ​ມີ​ຄວາມ​ສະຫຼັບສັບ​ຊ້ອນ ​ແລະ​ເຄັ່ງ​ຕຶງກວ່າ​ເກົ່າ, ​ແຕ່​ເສດຖະກິດ​ຈີນ​ຍັງສາມາດ​ຮັກສາ​ທ່ວງທ່າການ​ເຕີບ​ໂຕ​ໄດ້​ຢ່າງ​ໝັ້ນ​ທ່ຽງ ​ເຊິ່ງບໍ່​ແມ່ນ​ເລື່ອງ​ງ່າຍດາຍ​ປານ​ໃດ.

ປັດຈຸບັນ​ນີ້, ຈັງຫວະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດຂອງ​ຈີນ​ຍັງ​ຢູ່​​ແຖວໜ້າ​ໃນ​ກຸ່ມ​ເສດຖະກິດ​ຕົ້ນຕໍ​ຂອງ​ໂລກ ​ແລະ​ຍັງ​ເປັນພະລັງ​ຊຸກ​ດັນ​​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິ​ດໂລກ. ​ເມື່ອ​ບໍ່​ດົນ​ມາ​ນີ້, ວາລະສານ “ຝໍທຸນ” ຂອງ​ອາ​ເມຣິກາ​ໄດ້​ເປີດ​ເຜີຍ 500 ອັນ​ດັບ​ສຸດ​ຍອດ​ວິ​ສາ​ຫະກິດ​ລະດັບ​ໂລກ ​ໃນ​ນັ້ນມີ​ວິ​ສາ​ຫະກິດ​ຈີນ​ເຖິງ 129 ​ແຫ່ງ ​ເຊິ່ງລື່ນ​ກາຍຈຳນວນ​ວິ​ສາ​ຫະກິດຂອງອາ​ເມຣິກາ​ເປັນ​ຄັ້ງ​ທຳ​ອິດ. ຄວາມ​ສາມາດ​ແຂ່ງຂັນ​ໃນ​ລະດັບ​ສາກົນ​ຂອງ​ວິ​ສາ​ຫະກິດ​ຈີນ​ນັບ​ມື້​ນັບດີ​ຂຶ້ນ ​ເຊິ່ງ​ສະທ້ອນ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ໃນ​ການ​ປະຕິ​ຮູບ​ໂຄງ​ປະກອບ​ດ້ານ​ການ​ສະໜອງ​ຂອງ​ຈີນ​ຢ່າງ​ຈະ​ແຈ້ງ. ບໍ່​ວ່າ​ສະພາບ​ການ​ພາຍ​ນອກ​ມີ​ການ​ປ່ຽນ​ແປງ​​ໄປ​ໃນ​ທິດ​ທາງ​ໃດ​ກໍ​ຕາມ, ຈີນ​ຈະ​ສືບ​ຕໍ່​ຍຶດໝັ້ນ​ລົງ​ເລິກ​ການ​ປະຕິ​ຮູບ, ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ພັດທະນາ​​ຕື່ມ​ອີກ. ​ການ​ເຕີບ​ໂຕ​ຂອງເສດຖະກິດ​ຈີນຢູ່​ທ່າມກາງ​ສິ່ງ​ທ້າ​ທາຍ​ຕ່າງໆ ​​ແຕ່​ຍັງ​ຈະ​ມີ​ຄວາມ​ສາມາດ​ເຮັດ​ໃຫ້​ບັນດາ​ປະ​ເທດ​ໃນ​ໂລກ​ບັນລຸ​ເປົ້າ​ໝາຍ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ໄດ້​ຢ່າງ​ແນ່ນອນ.