ກອງທັບລາວ-ຈີນ ເຝິກຊ້ອມຮ່ວມໃນການຊ່ວຍເຫຼືອມະນຸດສະທຳດ້ານການແພດ “ຂະບວນລົດໄຟສັນຕິພາບ 2019”

2019-08-16 17:35:56 |ມາຈາກ: CRI


ວັນທີ 15 ສິງຫາ 2019 ທີ່ກອງຮ້ອຍກວດກູ້ລະເບີດເພື່ອມະນຸດສະທຳ 58 ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ໜ່ວຍແພດກອງທັບປະຊາຊົນລາວແລະ ກອງທັບ ປົດປ່ວຍປະຊາຊົນຈີນໄດ້ເປີດການເຝິກຊ້ອມຮ່ວມໃນການກອບກູ້ໄພພິບັດຊ່ວຍເຫຼືອມະນຸດສະທຳດ້ານການ​ແພດແລະກິດຈະກຳບໍລິການທາງການແພດ “ຂະບວນລົດໄຟສັນຕິພາບ 2019” ເຊິ່ງ​ຈັດ​ຂຶ້ນ​ແຕ່ວັນທີ 15-26 ສິງຫາ 2019 ໂດຍການເປັນປະທານຮ່ວມຂອງ ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ແລະ ປະທານຮ່ວມຝ່າຍຈີນ ທ່ານ ພັນເອກພິເສດ ຊົງຢູຍ ຮອງຫົວ​ໜ້າກົມປະຕິບັດກົດໝາຍ ຄະ​ນະ​ຮັບ​ປະ​ກັນພະລາທິການ, ຄະນະກຳມະການການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ເຂົ້າຮ່ວມ​ໃນພິທີມີທ່ານ ພົນຕີ ພູວົງ ວົງພົມ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ, ທ່ານ ພົນຕີ ວົງຄຳ ພົມມະກອນ ຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີບັນດາຮອງລັດຖະມົນຕີ, ຄະນະທີມແພດສອງກອງທັບ ລາວ-ຈີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວແຈ້ງວ່າ, ກິດຈະກຳ “ຂະບວນລົດໄຟສັນຕິພາບ 2019” ຄັ້ງນີ້ມີຈຸດປະສົງເພື່ອ ຍົກລະດັບເພີ່ມ ຂີດຄວາມສາມາດໃນການ​ຮັບ​ມືກັບເຫດການໄພພິບັດທໍາມະຊາດຮ່ວມກັນລະຫວ່າງສອງເຫລົ່າຮົບເສນາຮັກ ກອງທັບລາວ-ຈີນໂດຍສະເພາະ ວຽກງານການອົບຮົມການເຝິກຊ້ອມຮ່ວມໃນການຊ່ວຍເຫຼືອຜູ້​ໄດ້​ຮັບຜົນກະທົບ​ຈາກໄພພິບັດ ທຳມະຊາດ, ນອກນີ້ຍັງເປັນການຍົກລະດັບການກູ້ໄພ, ການ​ຮັບ​ມື​ກັບ​ສະ​ພາບສຸກເສີນ ໃນເຫດການ ໄພພິບັດ ທາງທຳມະຊາດຂອງພະນັກງານແພດໝໍໃຫ້ສູງຂຶ້ນ ເຊິ່ງໃນ 4 ມື້ຕໍ່ໜ້ານີ້ຈະມີທະຫານສອງ ປະເທດ ລາວ-ຈີນ ເກືອບ 500 ຄົນເຂົ້າຮ່ວມການເຝິກຊ້ອມ. ພາຍຫຼັງສໍາເລັດການເຝິກຊ້ອມຮ່ວມແລ້ວຈະໄດ້ສົ່ງທີມແພດ ກອງທັບ ລາວ-ຈີນ​ໄປ​ໃຫ້ບໍລິການດ້ານການແພດຢູ່ແຂວງຊຽງຂວາງ (ໂຮງໜໍ 101), ແຂວງຈຳປາສັກ (ກອງພົນທີ 5), ແຂວງອັດຕະປື (ເມືອງສະໜາມໄຊ) ແລະນະຄອນຫຼວງວຽງຈັນ (ໂຮງໜໍ 103).

ຈາກນັ້ນ, ຄະນະແພດກອງທັບ ລາວ-ຈີນຈະໄດ້ພ້ອມກັນລົງກວດກາສະຖານທີ່ ແລະ ວັດຖຸອຸປະກອນ ການແພດທີ່​ໄດ້ຕິດຕັ້ງເພື່ອຮັບປະກັນການເຝິກຊ້ອມຮ່ວມໃນການຊ່ວຍເຫຼືອມະນຸດສະທໍາດ້ານການແພດແລະການ ບໍລິການ ດ້ານການແພດ “ຂະບວນລົດໄຟສັນຕິພາບ ປີ 2019” ​ຂອງກອງທັບ ລາວ-ຈີນ ຄັ້ງນີ້ໃຫ້ໄດ້ຮັບໝາກຜົນອັນ​ຢ່າງ​ເຕັມ​ແມັດ​ເຕັມ​ໜ່ວຍ.

ທ່ານ ພົນຕີ ວົງຄຳ ພົມມະກອນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ-ຈີນວ່າ: ປີນີ້ເປັນ​ປີ​ທີ່ສອງກອງທັບລາວ-ຈີນ ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຄົບຮອບ 10 ປີ, ຂະນະດຽວກັນກໍ່ເປັນປີທີ 3 ທີ່ສອງກອງທັບຈັດກິດຈະກຳ “ຂະບວນລົດໄຟສັນຕິພາບ ” ຮ່ວມກັນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ການຮ່ວມມືໃນຂົງເຂດເສນາຮັກລະຫວ່າງສອງກອງທັບລາວ-ຈີນໄດ້ພັດທະນາເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ.