ຈີນ​ໄດ້​ເຜີຍ​ແຜ່ປຶ້ມ​ປົກ​ຂາວ “ວຽກ​ງານ​ສຶກ​ສາ​ອົບ​ຮົມ​ວິ​ຊາ​ຊີບ​ຢູ່​ເຂດ​ຊິ່ນ​ຈ່ຽງ”

2019-08-16 17:38:51 |ມາຈາກ: CRI

ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່ປຶ້ມ​ປົກ​ຂາວ “ວຽກ​ງານ​ສຶກ​ສາ​ອົບ​ຮົມ​ວິ​ຊາ​ຊີບ​ຢູ່​ເຂດ​ຊິ່ນ​ຈ່ຽງ” ໃນ​ວັນ​ທີ 16 ສິງ​ຫາ​ນີ້.

ປຶ້ມ​ປົກ​ຂາວ​ມີ​ທັງ​ຄຳ​ນຳ, ຄວາມ​ຈຳ​ເປັນ​ໃນ​ການ​ດຳ​ເນີນ​ວຽກ​ງານ​ສຶກ​ສາ​ອົບ​ຮົມ, ດຳ​ເນີນ​ວຽກ​ງານ​ສຶກ​ສາ​ອົບ​ຮົມ​ຕາມ​ກົດ​ໝາຍ, ເນື້ອ​ໃນ​ຂອງ​ການ​ສຶກ​ສາ​ອົບ​ຮົມ, ​ການ​ປົກ​ປ້ອງສິດ​ທິ​ພື້ນ​ຖານ​ຂອງ​ນັກ​ສຳ​ມະ​ນາ​ກອນ​​ທີ່​ຜົນ​ໄດ້​ຮັບ​ໃນວຽກ​ງານ​ສຶກ​ສາ​ອົບ​ຮົມ​​ທີ່​ເຫັນ​ເປັນ​ຮູບ​ປະ​ທຳ, ບົດ​ຮຽນ​​ທີ່​ປະ​ຕິ​ບັດ​ໄດ້​ໃນ​ການ​ຄົ້ນ​ຄວ້າ​​ການ​ປອດ​​ລັດ​ທິຫົວ​ຮຸນ​ແຮງ ແລະ ​ຜົນ​ສະຫຼຸບ.

ປຶ້ມ​ປົກ​ຂາວ​ລະ​ບຸ​ວ່າ, ເຂ​ດ​ຊິ່ນ​ຈ່ຽງ​ເປັນ​ເຂດ​ສຳ​ຄັນ​ສຳ​ລັບ​ຈີນ​ໃນ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ ແລະ ​ການ​ປອດລັດ​ທິ​ຫົວ​ຮຸນ​ແຮງ. ​ມີ​ຊົ່ວ​ໄລ​ຍະ​ໜຶ່ງ​, ເຂດ​ຊິ່ນ​ຈ່ຽງ​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ​ໜ່ວງ​ຈາກ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ລັດ​ທິ​ຫົວ​ຮຸນ​ແຮງ​ທາງ​ສາ​ສະ​ໜາ​ ເຊິ່ງ​ເປັນ​ໄພ​ຂົ່ມ​ຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ປຶ້ມ​ປົກ​ຂາວ​ຊີ້​ອອກວ່າ, ພຶດ​ຕິ​ກຳ​ຕົວ​ຈິງ​ຢື​ນ​ຢັນ​ໄດ້​ວ່າ: ຜ່ານ​ຈາກ​ການດຳ​ເນີນ​ວຽກ​ງານ​ສຶກ​ສາ​ອົບ​ຮົມ​ຢູ່​ເຂດ​ຊິ່ນ​ຈ່ຽງ​ສາ​ມາດ​ລົບ​ລ້າງ​ພື້ນ​ຖານ ແລະ ເງື່ອນ​ໄຂ​ທີ່​ກໍ່​ໃຫ້​ເກີດ​ລັດ​ທິ​ກໍ່​ກາ​ນ​ຮ້າຍ ແລະ ລັດ​ທິ​ຫົວ​ຮຸນ​ແຮງ, ​ສາ​ມາດ​ຮັບ​ປະ​ກັນ​ສິດ​ໃນ​ການ​ດຳ​ລົງ​ຊີ​ວິດ, ສິດ​ຮັກ​ສາ​ສຸ​ຂະ​ພາບ ແລະ ສິດ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​​ຢູ່​ເຂດ​ຊິ່ນ​ຈ່ຽງ​ໄດ້​ເປັນ​ຢ່າງ​ດີ, ບໍ່​ພຽງ​ແຕ່​ໄດ້​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ​ຂອງ​ເຂດ​ຊິ່ນ​ຈ່ຽງ​ເທົ່າ​ນັ້ນ, ​ຍັງ​ໄດ້​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລ​ະ​ພ​າບ​ຂອງ​ພາກ​ພື້ນ​ເຊັ່ນ​ກັນ.

ປຶ້ມ​ປົກ​ຂາວ​ຍັງ​ລະ​ບຸ​ຕື່ມ​ວ່າ, ເຂດ​ຊິ່ນ​ຈ່ຽງ​ຈະ​ຍຶດ​ໝັ້ນ​ເດີນ​ຕາມ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຕົນ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ເອ​ກະ​ສານ​ຕ່າງໆ ເຊັນ: “ຍຸດ​ທະ​ສາດ​ຕ້ານ​ການ​ກໍ່​ການ​ຮ້າຍ​ທົ່ວ​ໂລກ​ຂອງ ສ​ປ​ຊ” , “ແຜນ​ການ​ດຳ​ເນີນ​ງານ​​ໃນ​ການປ້ອງ​ກັນ​ລັດ​ທິ​ຫົວ​ຮຸນ​ແຮງ​​ດ້ວຍ​ກຳ​ລັງ” ແລະ ອື່ນໆ, ຍຶດ​ໝັ້ນ​ໃນຫຼັກ​ການ​ໂດຍ​ຖື​ເອົາ​ການ​​ປາບ​ປາມ​ແລະ​ການ​ປ້ອງ​ກັນ​ປະ​ສານ​ສົມ​ທົບ​ກັນ ແລະ ຖື​ເອົາ​ການ​ປ້ອງ​ກັນ​ເປັນ​ວຽກ​ງານ​ຕົ້ນ​ຕໍ, ປັບ​ປຸງວຽກ​ງານ​ສຶກ​ສາ​ອົບ​ຮົມ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສົມ​ທຸກຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ ເພື່ອ​ບັນ​ລຸ​ສະ​ຖຽນ​ລ​ະ​ພາບ​ຖາ​ວອນ​ຢູ່​ເຂດ​ຊິ່ນ​ຈ່ຽງ.