ວົງ​ການ​ຕ່າງໆຂອງ​ຮົງ​ກົງ​ຈັດ​ການ​ໂຮມ​ຊຸມ​ນຸມພາຍ​ໃຕ້​ຫົວ​ຂໍ້“ຕໍ່ຕ້ານຄວາມຮຸນ​ແຮງ ແລະ​ຊ່ວຍ​ເຫຼືອຮົງ​ກົງ”

2019-08-19 17:47:02 |ມາຈາກ: CRI

ຕອນ​ບ່າຍ​ວັນ​ທີ 17 ສິງ​ຫາ​ນີ້, ສະ​ຫະ​ພັນ​ປ້ອງ​ກັນ​ຮົງ​ກົງ​ໄດ້​ຈັດ​ການ​ໂຮມ​ຊຸມ​ນຸມພາຍ​ໃຕ້​ຫົວ​ຂໍ້“​ຕໍ່​ຕ້ານຄວາມຮຸນ​ແຮງ ​ແລະ​ຊ່ວຍ​ເຫຼືອ​ຮົງ​ກົງ” ຢູ່​ສວນ​ສາ​ທາ​ລະ​ນະ​ຕາ​ມາ​ເອດ​ມິ​ຣາ​ຕີ​ຂອງ​ຮົງ​ກົງ ໂດຍ​ຮຽກ​ຮ້ອງ​ໃຫ້​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ຕໍ່​ຕ້ານຄວາມ​ຮຸນ​ແຮງທຸກ​ຮູບ​ແບບ,ເພື່ອຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ໂດຍ​ໄວ. ຝ່າຍ​ເຈົ້າ​ພາບ​​ໃຫ້​ຮູ້​ວ່າ: ໃນ​ມື້​ດັ່ງ​ກ່າວ ໄດ້​ມີ 4 ແສນ 7 ໝື່ນ 6 ພັນ​ຄົນ​ເຂົ້າ​ຮ່ວມ​ການ​ໂຮມ​ຊຸມ​ນຸມ​ດັ່ງ​ກ່າວ.

ໂດຍ​ມີ​ບຸ​ກ​ຄົນ​ທີ່​ມີ​ຊື່​ສຽງ​ຂອງ​ຮົງ​ກົງ​ຈຳ​ນວນ​ບໍ່​ໜ້ອຍຊຶ່ງ​ລວມ​ທັງນັກ​ວິ​ສາ​ຫະ​ກິດ​ຊັບ​ສິນ​ທີ່​ດິນ,​ສິ​ລະ​ປິນ​ແລະ​ບຸກ​ຄົນ​ວົງ​ການ​ການ​ເມືອງ​ເຂົ້າ​ຮ່ວມ​ອີກ​ດ້ວຍ. ທ່ານ ຊີ່ວ​ຕາ​ຊ່າງ ປະ​ທານ​ກຸ່ມ​ບໍ​ລິ​ສັດ​ການ​ພັດ​ທະ​ນາ​ຕາ​ເວັນ​ອອກ​ໄກ​ກ່າວ​ເນັ້ນ​ວ່າ: ການ​ກະ​ທຳ​ດ້ວຍ​ຄວາມ​ຮຸນ​ແຮງ​ໄດ້​ທຳ​ລາຍ​​ຄວາມ​ເປັນ​ລະ​ບຽບ​ຂອງ​ຮົງ​ກົງ.

ການ​ໂຮມ​ຊຸມ​ນຸມ​ດັ່ງ​ກ່າວ​ຍັງ​ໄດ້​ດຶງ​ດູດ​ບຸກ​ຄົນ​​ຊົນ​ຊາດຕ່າງໆ​ທີ່​ອາ​ໄສ​ຢູ່​ຮົງ​ກົງ​ເຂົ້າ​ຮ່ວມ. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ​ຕົນ​ໄດ້​ຮັກ​ຮົງ​ກົງ​ແລະ​ຮັກ​ປະ​ເທດ​ຈີນ​ມາ​ໂດຍ​ຕະ​ຫຼອດ,ບໍ່​ສາ​ມາດ​ອົດ​ທົນ​ການ​​ໃຊ້ຄວາມ​ຮຸນ​ແຮງ​ໄດ້.

ນອກ​ນີ້,ມີ​ປະ​ຊາ​ຊົນ​ຮົງ​ກົງ​ກ່າວ​ວ່າ:ກາ​ນ​ບັນ​ລຸ​​ເສ​ລີ​ພາບ​ຂອງ​ຕົນ​ບໍ່​ສາ​ມາດ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​​ຄົນ​ອື່ນ,ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ. ປັດ​ຈຸ​ບັນ,ການ​​ປົກ​ຄອງ​ຮົງ​ກົງ​ຕາມ​ກົດ​ໝາຍ​ໄດ້​ຖືກ​ກະ​ທົບ​ກະ​ເທືອນ​ຢ່າງ​ໜັກ​ໜ່ວງ,ແຕ່​ຂໍ​​ພຽງແຕ່​ປະ​ຊາ​ຊົນ​ຮົງ​ກົງ​ລ້ວນ​ແຕ່​ຕໍ່​ຕ້ານ​ຄວາມ​ຮຸນ​ແຮງ,ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ການ​ປົກ​ຄອງຕາມ​ກົດ​ໝາຍ,ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​​ຈະ​ສາ​ມາດ​ຟື້ນ​ຟູ​ສະ​ພາບ​ປົກ​ກະ​ຕິໄດ້​ຢ່າງ​ແນ່ນອນ.