ຕອນເຊົ້າວັນທີ 19 ສິງຫານີ້, ອົງການປ່າໄມ້ ແລະທົ່ງຫຍ້າແຫ່ງຊາດຈີນ ແລະອົງການປົກຄອງແຂວງຊິ່ງໄຫໄດ້ຮ່ວມກັນເປັນເຈົ້າພາບຈັດເວທີປຶກສາຫາລືສວນສາທາລະນະແຫ່ງຊາດຄັ້ງທຳອິດຢູ່ນະຄອນຊີ່ນິງແຂວງຊິ່ງໄຫ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ສົ່ງສານຊົມເຊີຍ.ເຖິງເວທີປຶກສາຫາລືດັ່ງກ່າວ.
ທ່ານສີຈິ້ນຜິງກ່າວວ່າ: ການສ້າງຄວາມສີວິໄລດ້ານນິເວດມີຄວາມສຳຄັນຕໍ່ການພັດທະນາ ແລະຄວາມກ້າວໜ້າດ້ານອາລະຍະທຳຂອງມວນມະນຸດ. ໃນຊຸມປີຜ່ານມາ, ຈີນໄດ້ປະຕິບັດນະໂຍບາຍສວນສາທາລະນະແຫ່ງຊາດ ເຊິ່ງເປັນມາດຕະການທີ່ສຳຄັນໃນການຊຸກຍູ້ການອະນຸລັກສິ່ງແວດລ້ອມທຳມະຊາດ ເພື່ອສ້າງຈີນໃຫ້ສວຍງາມ ແລະສົ່ງເສີມຄວາມກົມກຽວກັນລະຫວ່າງຄົນກັບທຳມະຊາດ.
ທ່ານກ່າວເນັ້ນວ່າ: ຈີນໄດ້ເພີ່ມທະວີການສ້າງຄວາມສີວິໄລດ້ານນິເວດ ເຊິ່ງບໍ່ພຽງແຕ່ຈະປະສານສົມທົບກັບສະພາບຄວາມເປັນຈິງຂອງຈີນຢ່າງໜັກແໜ້ນເທົ່ານັ້ນ, ຍັງຕ້ອງຖອດຖອນບົດຮຽນຈາກຕ່າງປະເທດທີ່ປະສົບຜົນສຳເລັດມາແລ້ວ. ຫວັງວ່າເວທີປຶກສາຫາລືຄັ້ງນີ້ພາຍໃຕ້ຫົວຂໍ້ “ສ້າງລະບົບເຂດສະຫງວນທຳມະຊາດທີ່ຖືເອົາສວນສາທາລະນະແຫ່ງຊາດເປັນຕົ້ນຕໍ” ລົງເລິກການປຶກສາຫາລື ແລະເຕົ້າໂຮມແນວຄວາມຄິດ ເພື່ອປະກອບສ່ວນເຂົ້າໃນການສ້າງຄວາມສີວິໄລດ້ານນິເວດທີ່ດີໃຫ້ໂລກ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.