ເວລາ 15:30 ຂອງວັນທີ 19 ສິງຫານີ້, ລົດບັດທີ່ບັນທຸກນັກທ່ອງທ່ຽວຈີນ 40 ກວ່າຄົນໄດ້ເກີດອຸບັດຕິເຫດຢ່າງໜັກໜ່ວງໃນເວລາເດີນທາງຈາກນະຄອນຫຼວງວຽງຈັນໄປຫຼວງພະບາງ, ເຫດການນີ້ເຮັດໃຫ້ມີຄົນເສຍຊີວິດແລະບາດເຈັບ. ເມື່ອໄດ້ຮັບການລາຍງານແລ້ວ, ສະຖານທູດແລະກົງສຸນຈີນປະຈຳລາວໄດ້ໃຫ້ການຊ່ວຍເຫຼືອສຸກເສີນທັນທີ.
ອຸບັດຕິເຫດນີ້ເກີດຢູ່ເສັ້ນທາງກ່ອນຮອດນະຄອນຫຼວງພະບາງປະມານ 40 ກິໂລແມັດ. ຕາມຂ່າວທີ່ມາຈາກຈຸດເກີດເຫດ, ໃນລົດດັ່ງກ່າວມີທັງໝົດ 46 ຄົນ, ໃນນັ້ນມີຄົນຈີນ 44 ຄົນແລະຄົນລາວ 2 ຄົນ. ມາຮອດຕອນຮຸ່ງເຊົ້າວັນທີ 20 ສິງຫານີ້, ຄົນຈີນ 8 ຄົນເສຍຊີວິດ, 29 ຄົນຖືກສົ່ງໄປປິ່ນປົວຢູ່ໂຮງໝໍ, 1 ຄົນຫາຍສາບສູນ, 6 ຄົນຍັງຕິດຢູ່ໃນລົດ, ວຽກງານກອບກູ້ຊ່ວຍເຫຼືອຍັງດຳເນີນໄປຢ່າງເຄັ່ງຮ້ອນ. ພະນັກງານບໍລິສັດຈີນທີ່ຢູ່ໃກ້ສະຖານທີ່ເກີດເຫດເຊັ່ນ: ຫ້ອງການຜູ້ຈັດການໂຄງການເສັ້ນທາງລົດໄຟລາວ-ຈີນຂອງ ບໍລິສັດ SINOHYDRO ເລກ 14 ຈຳກັດໄດ້ເຂົ້າຮ່ວມກູ້ໄພ.
ປັດຈຸບັນ, ລາວກຳລັງຢູ່ໃນລະດູຝົນ, ເສັ້ນທາງໃນເຂດພູດອຍບໍ່ຄ່ອຍສະດວກປານໃດ. ສະຖານທູດແລະກົງສຸນຈີນປະຈຳລາວເຕືອນໃຫ້ຊາວຈີນຢູ່ລາວຄວນເອົາໃຈໃສ່ຄວາມປອດໄພດ້ານຄົມມະນາຄົມ, ຄວນຫຼີກລ່ຽງການເດີນທາງໃນເຂດພູດອຍຖ້າບໍ່ຈຳເປັນ, ກ່ອນອອກເດີນທາງຕ້ອງກວດກາສະພາບເຕັກນິກລົດສາກ່ອນ ແລ້ວຈຶ່ງອອກເດີນທາງດ້ວຍຄວາມລະມັດລະວັງ.