ຕອນເຊົ້າວັນທີ 20 ສິງຫານີ້, ທ່ານຈ່ຽງຈ້າຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ເດີນທາງໄປນະຄອນຫຼວງພະບາງ, ແລ້ວເດີນທາງໄປໂຮງໝໍສາກົນຫຼວງພະບາງແລະໂຮງໝໍຈີນ ເພື່ອຢ້ຽມຢາມຜູ້ຖືກບາດເຈັບໃນອຸບັດຕິເຫດທາງລົດທີ່ຮ້າຍແຮງທີ່ເກີດຂຶ້ນຢູ່ນະຄອນຫຼວງພະບາງໃນວັນທີ 19 ສິງຫານີ້. ທ່ານຫຼີຈື້ກົ່ງ ກົງສຸນໃຫຍ່ຈີນປະຈຳນະຄອນຫຼວງພະບາງກໍ່ໄດ້ຕິດຕາມໄປພ້ອມ.