ວັນທີ 19 ສິງຫານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເດີນທາງໄປເຮັດວຽກຢູ່ແຂວງກ່ານຊູ້. ຕອນບ່າຍມື້ດຽວກັນ, ທ່ານໄດ້ໄປເຖິງຖ້ຳມົ້ວກ່າວ ເຊິ່ງເປັນສະຖານທີອະນຸລັກວັດຖຸບູຮານທີ່ສຳຄັນລະດັບຊາດຢູ່ເມືອງຕຸ່ນຮວງ ເພື່ອຢ້ຽມຢາມ ແລະຮັບຟັງການລາຍງານການອະນຸລັກ ແລະການຄົ້ນຄວ້າວັດຖຸບູຮານ, ການເຊີດຊູວັດທະນະທຳປະຫວັດສາດທີ່ດີງາມຂອງຈີນ ແລະອື່ນໆ.
ໃນຖານະເປັນມໍລະດົກວັດທະນະທຳຂອງໂລກ, ຖ້ຳມົ້ວກ່າວເປັນຮ່ອງຮອຍສະຖານທີ່ມໍລະດົກວັດຫີນທາງພຸດທະສາສະໜາໃຫຍ່ທີ່ສຸດຂອງຈີນ ທີ່ປະກອບດ້ວຍສິ່ງກໍ່ສ້າງ, ຮູບປັ້ນສີ ແລະຮູບແຕ້ມຝາຜະໜັງ ເຊິ່ງເປັນໝາກຜົນຂອງການປະສົມປະສານລະຫວ່າງວັດທະນະທຳຕ່າງໆ ກໍຄືການຖອດຖອນບົດຮຽນຂອງອະລິຍະທຳຕາມເສັ້ນທາງສາຍໄໝບູຮານ.
ພາຍຫຼັງໄດ້ຢ້ຽມຢາມຖ້ຳມົ້ວກ່າວແລ້ວ, ທ່ານສີຈິ້ນຜິງໄດ້ສືບຕໍ່ເດີນທາງໄປສະຖາບັນຄົ້ນຄວ້າຕຸ່ນຮວງ, ເພື່ອຢ້ຽມຢາມວັດຖຸບູຮານ ແລະໝາກຜົນແຫ່ງການຄົ້ນຄວ້າດ້ານວິຊາການ, ຈັດການພົບປະໂອ້ລົມກັບຜູ້ຊ່ຽວຊານ, ນັກວິຊາການ ແລະຜູ້ຕາງໜ້າຂະແໜງການວັດທະນະທຳທີ່ກ່ຽວຂ້ອງ. ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຕ້ອງສະໜັບສະໜູນ ແລະຊ່ວຍເຫຼືອການສືບທອດ ແລະເຊີດຊູວັດທະນະທຳອັນເປັນມູນເຊື້ອທີ່ດີງາມ ເພື່ອອະນຸລັກຮັກສາວັດທະນາທຳທີ່ດີງາມຍອດຢ້ຽມຂອງຈີນ. ທ່ານສີຈິ້ນຜິງຍັງໄດ້ຊຸກຍູ້ໃຫ້ພະນັກງານວັດທະນະທຳເລົ່າເລື່ອງລາວຕຸ່ນຮວງຢ່າງຈັບອົກຈັບໃຈເປັນຢ່າງດີ, ໂຄສະນາຄວາມເປັນຈີນກໍຄືໃຫ້ບໍລິການແກ່ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.