ພາລະກິດການຮ່ວມລາດຕະເວນ ແລະ ປະຕິບັດກົດໝາຍທີ່ແມ່ນຳ້ຂອງ ລະຫວ່າງປະເທດຈີນ ລາວ ມຽນມາ ແລະ ໄທຄັ້ງທີ 85 ໄດ້ລິເລີ່ມຂຶ້ນ

2019-08-21 17:58:57 |ມາຈາກ: 云南日报

ໃນຕອນເຊົ້າ 9 ໂມງເຄິ່ງ ຂອງວັນທີ 20 ສິງຫາ, ກຳ​ປັ່ນປະຕິບັດກົດໝາຍ 4 ລຳທີ່ສົ່ງອອກມາຮ່ວມກັນໂດຍປະເທດຈີນ ແລະ ປະເທດມຽນມາ,ໄດ້ເລີ່ມຕົ້ນການເດີນເຮືອຢູ່ທ່າເຮືອຈິງຮາ ແມ່ນ້ຳລ້ານຊ້າງ ກິ່ງແຂວງປົກຄອງຕົນເອງຊົນເຜົ່າໄທລື້ສີບສອງພັນນາ,ກິດຈະກຳຮ່ວມກັນຄັ້ງນີ້ຈະສືບຕໍ່ເປັນເວລາ 4 ມື້ 3 ຄືນ,ພາລະກິດການຮ່ວມລາດຕະເວນ ແລະ ປະຕິບັດກົດໝາຍທີ່ແມ່ນໍ້າຂອງລະຫວ່າງປະເທດຈີນ, ລາວ, ມຽນມາ ແລະ ໄທຄັ້ງທີ 85 ໄດ້ລິເລີ່ມຂຶ້ນ.

ເຈົ້າ​ໜ້າ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ຢຸນ​ນານ​ຈີນ​ໃຫ້​ຮູ້​ວ່າ, ການ​ເຄື່ອນ​ໄຫວ​ຄັ້ງ​​ນີ້​ລວມ​ມີ​ການ​ລາດ​ຕາ​ເວນ​ເປັນ​ຕອນ ແລະ ການ​ລາດ​ຕະ​ເວນ​ທັງ​ໝົດ​ຕາມ​ລຳ​ແມ່​ນ້ຳ​ຂອງຕາມ​ທີ່​ໄດ້​ກຳ​ນົດ. ໃນ​ໄລ​ຍະ​ການ​ເຄື່ອນ​ໄຫວ, ກອງ​ລາດ​ຕະ​ເວນ​ປະ​ຕິ​ບັດ​ກົດ​ໝາຍ​ຈະ​ຮ່ວມ​ກັນ​ກວດ​ກາສະ​ພາບ​ການ, ຮ່ວມ​ກັນ​ລົງ​ຢ້ຽມ​ຢາມ​ປະ​ຊາ​ຊົນ ແລະ ໂຄ​ສະ​ນາ​ການ​ປາບ​ປາມ​ຢາ​ເສບ​ຕິດ​ຢູ່​ບ້ານ​ຊຽງ​ກົກ, ບ້ານມອມ ແລະ ເຂດ​ສາ​ມ​ຫຼ່ຽມ​ຄຳ ພ້ອມ​ທັງ​​ຈັດ​​ຕັ້ງເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍຖອດ​ຖອນ​ບົດ​ຮຽນການ​​ລ່ອງ​ເຮືອ​ດ້ວຍ​ຄວາມ​ປອດ​ໄພ ຍ້ອນ​ມີ​ອຸ​ບັດ​ເຫດ​​ກຳ​ປັ່ນເກີດ​ຂຶ້ນ​ເລື້ອຍໆ​ໃນ​ໄລ​ຍະ​ນ້ຳ​ຂຶ້ນ. ນອກ​ນີ້, ຍັງ​ຈະ​ໄດ້ຮ່ວມ​ກັນ​ຍົກ​ຄວາມ​ສາ​ມາດ​ປ້ອງ​ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ສາ​ມາດ​ຊ່ວຍ​ເຫຼືອ​ສຸກ​ເສີນ​ຢູ່​ຕ​າມ​ລຳ​ນ້ຳ​ຂອງອີກ​ດ້ວຍ.