ຈີນ​ລິ​ເລີ່ມ​ໃຫ້​ຈັດເອົາ​ປີ 2020 ເປັນ​ປີ​​ຮ່ວມ​ມື​ດ້ານ​ການ​ປະ​ດິດ​ສ້າງໃໝ່​ຈີນ-ຍີ່​ປຸ່ນ-ສ.ເກົາ​ຫຼີ

2019-08-21 18:05:51 |ມາຈາກ: CRI

ວັນ​ທີ 21 ສິງ​ຫານີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຍີ່​ປຸ່ນ​ແລະ​ສ.ເກົາ​ຫລີ​ຄັ້ງ​ທີ 9 ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ. ຫຼັງ​ກອງ​ປະ​ຊຸມ, ທ່ານ​ຫວາງ​ຢີ້​ໄດ້​ຮ່ວມ​ກັບ​ທ່ານ​ນາງ​ຄວງວາ​ຄາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫລີ​ແລະ​ທ່ານ​ທາ​ໂ​ຣະ ໂຄ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ຈັດ​ການ​ຖະ​ແຫຼງຂ່າວ.

ທ່ານ​​ຫວາງຢີ້​ກ່າວ​ວ່າ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ​ຍີ່​ປຸ່ນ​ສ.ເກົາ​ຫລີ​ທີ່​ຫາກໍ່​ສິ້ນ​ສຸດ​ລົງ​ໄປ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ໄດ້​ກະ​ກຽມເນື້ອ​ໃນ​ທາງ​ດ້ານ​ການ​ເມືອງ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່ກອງ​ປະ​ຊຸມ​ຜູ້​ນຳ 3 ປະ​ເທດ​ຄັ້ງ​ທີ 8. ຝ່າຍ​ຈີນ​ລິ​ເລີ່ມ​ໃຫ້​ຈັດ​ເອົາ​ປີ 2020 ເປັນ​ປີ​ຮ່ວມ​ມື​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຈີນ,​ຍີ່​ປຸ່ນ,​ສ​.ເກົາ​ຫລີ, ແລະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ສ.ເກົາ​ຫລີ​ແລະ​ຍີ່​ປຸ່ນ​ຢ່າງ​ຕັ້ງ​ໜ້າ. ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ນີ້, ຈີນ​ຍິນ​ດີ​​ສືບ​ຕໍ່ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ໃກ້​ຊິດ​ກັບ​ສ.ເກົາ​ຫລີ​ແລະ​ຍີ່​ປຸ່ນ, ພ້ອມ​ກັນ​​ກະ​ກຽມ​ກອງ​ປະ​ຊຸມ​ຜູ້​ນຳ​ 3 ປະ​ເທດພາຍ​ໃນ​ປີນີ້​ໃຫ້​ດີ, ເພື່ອ​ຮັບ​ປະ​ກັນ​ໃຫ້​ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ທ່ານ​​ຫວາງຢີ້​ກ່າວ​ວ່າ, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ຄວນ​ຖື​ເອົາ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ຍີ່​ປຸ່ນ​ແລະ​ສ.ເກົາ​ຫລີ​​ໃຫ້​ເປັນ​ພື້ນ​ຖານຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ​ຽງ​ເໜືອ, ຮ່ວມ​ມື​ກັນ​ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ເສ​ລີ, ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ, ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ເຕີບ​ໂຕ​ທາງ​ດ້ານເສດ​ຖະ​ກິດ​​ຂອງໂລກ.