ຕອນບ່າຍວັນທີ 22 ສິງຫານີ້, ຜູ້ບາດເຈັບສາຫັດຊາວຈີນ 4 ຄົນທີ່ປະສົບອຸບັດເຫດທາງຖະໜົນຢູ່ພາກເໜືອລາວ ໄດ້ຖືກນຳສົ່ງກັບຄືນປະເທດດ້ວຍຍົນເຮລີກົບແຕພະຍາບານຂອງກອງທັບຈີນແລະເຮືອບິນຂອງບໍລິສັດການບິນຈີນ EASTERN. ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ, ໜ່ວຍງານຈີນ, ໜ່ວຍງານການແພດທະຫານ “ຂະບວນລົດໄຟສັນຕິພາບ 2019” ແລະຜູ້ຕາງໜ້າຂອງກະຊວງການຕ່າງປະເທດລາວ ໄດ້ໄປສົ່ງຢູ່ສະໜາມບິນທະຫານແລະສະໜາມບິນສາກົນວັດໄຕ.