ທ່ານ ສີ​ຈິ້ນ​ຜິງ ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ຄັ້ງ​ທີ 12

2019-08-23 17:35:02 |ມາຈາກ: CRI

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ຄັ້ງ​ທີ 12 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊາງ​ຊຸ່ນ​ແຂວງ​ຈີ​ລິນ​ໃນ​ວັນ​ທີ 23 ສິງ​ຫານີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ງານ​ດັ່ງ​ກ່າວ.

ໃນ​ສານ​ຊົມ​ເຊີຍ​ຂອງ​ທ່ານ ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ: ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ ແມ່ນ​ໜຶ່ງ​ໃນ​ເຂດ​ທີ່​ມີ​ພະ​ລັງ​ຊີ​ວິດຫຼາຍ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ. ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ​ເປັນ​ການ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​​ການເປີດກວ້າງ​ແລະ​ລົງ​ເລິກການ​ຮ່ວມ​ມື​ຂອງ​ເຂດ​ດັ່ງ​ກ່າວ​ຢ່າງ​ຕໍ່​ເນື່ອງ.

ທ່ານ ສີ​ຈິ້ນ​ຜິງ ເນັ້ນ​ໜັກ​ວ່າ: ປັດ​ຈຸ​ບັນ, ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ ໄດ້​ມີ​ເງື່ອນ​ໄຂ​ທີ່​ດີ​ຢ່າງ​ບໍ່​ຢຸດຢັ້ງ. ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ “ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຮ່ວມ​ມື​ກັນ, ​ສ້າງອະ​ນາ​ຄົດ​ໃໝ່​ທີ່​ສົດ​ໃສ​​ໃຫ້​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ” ເຊິ່ງ​​ສອດ​ຄ່​ອງ​ກັບ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຮ່ວມ​ກັນ​ຂອງ​ບັນ​ດາ​ຝ່າຍ​ຕໍ່​ການ​ບັນ​ລຸ​ການ​ພັດ​ທະ​ນາ​​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ເຂດ​ດັ່ງ​ກ່າວ. ຫວັງ​ວ່າ ​ຜູ້​ຕາງ​ໜ້າລັດ​ຖະ​ບານ​, ອົງ​ການ​ຈັດ​ຕັ້ງ ແລະ​ວິ​ສາ​ຫະ​ກິດ​ຂອງ​ບັນ​ດາ​ປະ​ເທດຈະ​ນຳ​ໃຊ້​ເວ​ທີ​ດັ່ງ​ກ່າວ​​ໄດ້​ດີ, ເຕົ້າ​ໂຮມ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ກັນ, ເປີດກວ້າງ​ຜົນ​ປະ​ໂຫຍດ, ເກາະ​ແຂນ​ກັນ​ເພື່ອ​​ສ້າງ​ອະ​ນາ​ຄົດ​ໃໝ່​ທີ່​ສົດ​ໃສ​​ໃຫ້ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ.