ຜູ້ຕາງໜ້າ​ວົງ​ການ​ອຸດສາຫະກຳ-ການ​ຄ້າ​ຈີນ-ອາຣັບ​ເກືອບ 600 ຄົນ​ປຶກສາ​ຫາລື​ການ​ຮ່ວມ​ມື​ຕົວ​ຈິງ​ດ້ານ​ເສດຖະກິດ-ການ​ຄ້າ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”

2019-09-06 18:13:18 |ມາຈາກ: CRI

ວັນ​ທີ 5 ກັນຍາ​ນີ້, ກອງ​ປະຊຸມ​ສຸດ​ຍອດດ້ານ​ອຸດສາຫະກຳ-ການ​ຄ້າ​ຈີນ-ອາຣັບຄັ້ງ​ທີ 3 ພາຍ​ໃຕ້​ຫົວ​ຂໍ້ “ຊຸກຍູ້​ການ​ແລກປ່ຽນ​ດ້ານ​ເສດຖະກິດ-ການ​ຄ້າ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ” ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຢິນສວນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຮູ​ຍນີງ​ເຊ້ຍຈີນ ​ເຊິ່ງມີ​ຜູ້ຕາງໜ້າ​ຂອງ​ສະມາຄົມ​ການ​ຄ້າ, ວິ​ສາ​ຫະກິດ ​ແລະ​ອົງການ​ລັດຖະບານ​ຈາກ 28 ປະ​ເທດ ຄື: ​ເອຢິບ, ຊອກ​ດາ​ນີ, ກູ​ເວດ ​ແລະປະ​ເທດ​ອື່ນໆ ກໍ​ຄື​ເຈົ້າ​ໜ້າ​ທີ່​ອົງການ​ຊຸກຍູ້​ການ​ຄ້າ ​ແລະ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຈາກ 23 ​ແຂວງ​ພາຍ​ໃນ​ປະ​ເທດ​ຈີນ​ເກືອບ 600 ຄົນ​ເຂົ້າ​ຮ່ວມ ​ເພື່ອ​ປຶກສາ​ຫາລື​ການ​ຊຸກຍູ້ວົງ​ການ​ອຸດ​ສາ​ຫະກຳ-ການ​ຄ້າ​ຈີນ-ອາຣັບ​ໃຫ້ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ດ້ານ​ເສດຖະກິດ-ການ​ຄ້າ.

ທ່ນ​ເຊີນຈ້ຽນອ່ານ ຮອງ​ຫົວໜ້າ​ສະມາຄົມ​ຊຸກຍູ້​ການ​ຄ້າ​ຈີນ​ກ່າວ​ວ່າ​: ​ເສດຖະກິ​ຈີນ ​ແລະ​ອາຣັບ​ໄດ້​ຊ່ວຍຊູ​ຍູ້​ໜູນ​ກັນ, ມີ​ຍຸດ​ທະ​ສາດ​ການ​ພັດທະນາ​ທີ່​ສົມ​ຄູ່, ຂໍ້​ລິ​ເລີ່​ມການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັ​ນ​ໄດ້ສະໜອງ​​ເວທີ​​ໃໝ່​ໃຫ້​ແກ່ການ​ຮ່ວມ​ມື​ຈີນ-ອາຣັບ ​ກໍ​ຄືສາຍ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຈີນ-ອາຣັບ​​ໃຫ້ເຂົ້າ​ສູ່​ໄລຍະ​ການ​ພັດທະນາ​ໃໝ່, ສະມາຄົມ​ຊຸກຍູ້​ການ​ຄ້າຈີນ​ຍິນ​ດີ​ຮ່ວມ​ກັບ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ອາຣັບດຳ​ເນີນ​ໂຄງການ​ການ​ຮ່ວມ​ມື​ຕົວ​ຈິງ​ທີ່​ໃຫ້​ຕ່າງ​​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ​ສົ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາ​ຊົນ​ສອງຝ່າຍ.