ເວທີປຶກສາຫາລືວ່າດ້ວຍຄວາມຍືນຍົງທາງຊັບສິນທົ່ວໂລກ (Fortune global sustainability forum) ເປີດຂຶ້ນທີ່ແຂວງຢຸນນານ

2019-09-09 17:45:06 |ມາຈາກ: 云南日报

ໃນມື້ມໍ່ໆມານີ້, ເວທີປຶກສາຫາລືວ່າດ້ວຍຄວາມຍືນຍົງທາງຊັບສິນທົ່ວໂລກ ປີ 2019 ເປີດຂຶ້ນທີ່ ໜອງຝູຊຽນ ເມືອງຢີຊີ ແຂວງຢຸນນານ, ເວທີປຶກສາຫາລືວ່າດ້ວຍຄວາມຍືນຍົງທາງຊັບສີນທົ່ວໂລກ ແມ່ນໜຶ່ງໃນບັນດາເວທີປາໄສທີ່ມີຊື່ສຽງ ແລະ ມີອິດທິພົນໃນທົ່ວໂລກ. ຫົວຂໍ້ຂອງເວທີປຶກສາຫາລືຄັ້ງນີ້ແມ່ນ “ການພັດທະນາສີຂຽວ ແລະ ແບ່ງປັນອະນາຄົດ”, ໃນລະຫວ່າງໄລຍະເວລາ 3 ວັນ, ຜູ້ນຳການເມືອງ ແລະ ນັກທຸລະກິດຫຼາຍກວ່າ 300 ຄົນທີ່ມາຈາກທົ່ວໂລກຈະມາເຂົ້າຮ່ວມງານຄັ້ງນີ້, ໂດຍສຸມໃສ່ການເຊື່ອມໂຍງພະລັງງານ, ເຕັກໂນໂລຢີ ແລະ ການພັດທະນາແບບຍືນຍົງ. ເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງໃນທົ່ວໂລກ, ໃນໄລຍະການຈັດງານຈະມີເວທີປາໄສຄູ່ຂະຫນານອີກ 10 ຄັ້ງ.