ໃນ 8 ເດືອນ​ຂອງ​ປີ​ນີ້, ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ຈີນ​ບັນ​ລຸ​ເຖິງ 8490 ຕື້ຢວນ

2019-09-09 17:46:46 |ມາຈາກ: CRI

ຕົວ​ເລກ​ສະ​ຖິ​ຕິ​ຂອງ​ອົງ​ການ​ດ່ານ​ພາ​ສີ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 8 ເດືອ​ນ​​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ບັນ​ລຸ​ເຖິງ 20.130 ຕື້ຢວນ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 3.6%. ໃນ​ນັ້ນ, ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ບັນ​ລຸ​ເຖິງ 8490 ຕື້ຢວນ, ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 11.2%, ສູງກວ່າ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ຈີນ 7.6%, ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ຈີນ​ໄດ້​ລື່ນ​ກາຍ​ວິ​ສາ​ຫະ​ກິດ​ທີ່​ຕ່າງ​ປະ​ເທດ​ລົງ​ທຶນ​ແລະ​ກາຍ​ເປັນ​ກຸ່ມ​ວິ​ສາ​ຫະ​ກິດ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ທີ່​ເຮັດ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ.