ເວທີ​ປຶກສາ​ຫາລື​ຂັ້ນສູງ​ການ​ພັດທະນາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຄັ້ງທີ​ 2 ​ໄດ້ສຸມ​ໃສ່​ການ​ພັດທະນາ​ດ້ວຍ​ຄຸນ​ນະພາ​ບສູງ

2019-09-10 17:43:19 |ມາຈາກ: CRI

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຂັ້ນສູງ​ການພັດທະນາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຄັ້ງທີ​ 2 ​​ເຊິ່ງ​ແມ່ນ​ສະມາຄົມ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ສາກົນ​ຈີນ​ເປັນ​ເຈົ້າພາບ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ກັນຍາ​ນີ້​ຢູ່​ນະຄອນ​ເຊ້ຍ​ເໝີ​ນ ​ໂດຍ​ມີ​ເຈົ້າໜ້າ​ທີ່​ລັດຖະບານ​ຈີນ​ແລະ​ຕ່າງປະ​ເທດ, ​ເຈົ້າໜ້າ​ທີ່​ອົງການ​ຈັດຕັ້ງສາກົນ, ຜູ້ຕາງໜ້າສະມາຄົມຫຼື​ສະພາ​ການ​ຄ້າ, ຜູ້​ຊ່ຽວຊານ-ນັກວິຊາການ ພ້ອມດ້ວຍ​ນັກທຸລະກິດ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ເຂົ້າຮ່ວມ ​ເພື່ອ​ປຶກສາ​ຫາລື​ກັນ​ໂດຍສຸມ​ໃສ່ “ການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ, ຊຸກຍູ້​ການພັດທະນາ​ດ້ວຍ​ຄຸນ​ນະພາ​ບສູງ”.

ທ່ານ​ເສີ​ນຈ້ຽນ ອະດີດຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ ກ່າວ​ວ່າ: ​ໃນ​ສະພາບ​ການ​ທີ່​ເສດຖະກິດ​ໂລກ​ຕົກ​ຕ່ຳລົງ, ​ເສ​ດຖະກິດ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​​ໂດຍ​ທົ່ວ​ໄປ​ແລ້ວໄດ້​ຮັກສາ​ການ​ເຕີບ​ໂຕ​ຢ່າງ​ສູງ​ ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ພື້ນຖານ​ໂຄງ​ລ່າງ, ການ​ຄ້າ​ເອ​ເລັກ​ໂຕຣນິກ, ຂໍ້​ມູນ​ຂ່າວສາ​ນ-ການ​ສື່ສານ ​ແລະ​ຂົງ​ເຂດ​ອື່ນໆ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ.

ບຸກຄົນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມຫຼາຍທ່ານຕ່າງ​ກໍ​ເຫັນ​ວ່າ: ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ພວມ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕາມ​ທິດ​ທາງ​ການພັດທະນາ​ດ້ວຍ​ຄຸນ​ນະພາ​ບສູງ ​ແລະ ​ພວມ​ເຂົ້າສູ່​ໄລຍະ​ຈັດຕັ້ງປະຕິບັດຢ່າງ​ລະອຽດ​ຮອບ​ຄອບ.