ທ່ານ​ວາງ​ຢີ້​ຈະ​ນຳ​ພາ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ອະ​ພິ​ປາຍ​ທົ່ວ​ໄປຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ສະ​ໄໝ​ທີ 74

2019-09-17 17:30:37 |ມາຈາກ: CRI

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ສະ​ໄໝ​ທີ 74 ຈະ​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ ສ​ປ​ຊ ທີ່​ນະ​ຄອນ​ນິວຢອກ​ໃນ​ວັນ​ທີ 17 ກັນ​ຍາ​ນີ້ ແລະ ຈະ​ຈັດ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ໃນ​ວັນ​ທີ 24 ກັນ​ຍາ​ນີ້. ທ່ານ​ນາງ​ຮ​ວາ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 16 ກັນ​ຍາ​ນີ້​ວ່າ, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໃນ​ຖາ​ນະ​ເປັນ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ຈະ​ນຳ​ພາ​ຄະ​ນະ​ຜູ້​ແທນ​ຈີນ​ເຂົ້າ​ຮ່ວມ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຄັ້ງ​ນີ້ ແລະ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ແຫ່ງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ສ​ປ​ຊ ແລະ ກອງ​ປະ​ຊຸມ​ສຸດຍອດ​ວ່າ​ດ້ວຍ​ເປົ້າ​ໝາຍການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ສ​ປ​ຊ.

ທ່ານ​ນາງ​ຮ​ວາ​ຊຸນ​ຢິງ​ກ່າວ​ວ່າ, ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ທ່ານ​ວາງ​ຢີ້​ຍັງ​ຈະ​ເປັນ​ປະ​ທານ​​ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ສະ​ພາ​ມົນ​ຕີ​ຖາ​ວອນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ກັບ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ພ້ອມ​ທັງ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ຮູບ​ພາບ​ຜົນ​ສຳ​ເລັດ​​ແລະ​ການລະ​ນຶກວັນ​ສະ​ຖາ​ປະ​ນາ​ ສ​ປ​ ຈີນ​ຄົບ​ຮອບ 70 ປີ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ແລະ ກິດ​ຈະ​ກຳ​ອື່ນໆ.

ທ່ານ​ນາງ​ຮ​ວາ​ຊຸນ​ຢິງ​ກ່າວ​ຕື່ມ​ວ່າ, ຈີນ​ຫວັງ​ວ່າ, ຜ່ານ​ຈາກ​ກິດ​ຈະ​ກຳ​ດັ່ງ​ກ່າວ, ​ຈະ​ເປັນ​ການເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ສົນ​ທະ​ນາ ແລະ​ ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕ່າງໆ​ຕື່ມ​ອີກ ເພື່ອ​ພ້ອມ​ກັນ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​​ທີ່​ເຄັ່ງ​ຮ້ອນຂອງ​ພາກ​ພື້ນ​ ກໍ​ຄື​ຂອງ​ໂລກ ພ້ອມ​ດ້ວຍ​ບັນ​ຫາ​ທີ່​ໂລກ​ໃຫ້​ຄວາມ​ສົນ​ໃຈ​ຮ່ວມ​ກັນ ເຊິ່ງ​ຈະເປັນ​ການ​ປະ​ກອບ​ສ່ວນ​​ຄັ້ງໃໝ່ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໂລກ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ.