ທ່ານ ຫຼີ​ເຄີ້​ສຽງ ເດີນ​ທາງ​​ເຖິງນະ​ຄອນ​​ເຊັນ​ປີ​ເຕີ​ສ​ເບີກແລະ​ເລີ່ມ​ຢ້ຽມ​ຢາມ​ຣັດ​ເຊຍ​ຢ່າງ​ເປັນ​ທາງ​ການ

2019-09-17 17:33:10 |ມາຈາກ: CRI

ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ ​ເດີ​ມິ​ຕີ​ຣ ເມດ​ເວ​ເດ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ, ຕອນ​ບ່າຍ​ວັນ​ທີ 16 ກັນ​ຍາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເດີນ​ທາງ​ເຖິງ​ນະ​ຄອນ​ເຊັນ​ປີເຕີສ​ເບີກ​ດ້ວຍ​ເຮືອ​ບິນ​ພິ​ເສດ, ແລະ​ ​ເລີ່ມ​ຢ້ຽມ​ຢາມ​ຣັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ພ້ອມ​ທັງ​ຈະ​ເຂົ້າ​ຮ່ວມ​ການພົບ​ປະ​ປະ​ຈຳລະ​ຫວ່າງ​ນາ​ຍົກ​ຈີນ-ຣັດ​ເຊຍ​ຄັ້ງ​ທີ 24.

ທ່ານ ຫຼີ​ເຄີ້​ສຽງ ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ຄົບ​ຮອບ 70 ປີ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ແລະ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ໄດ້​ຮັບ​ໝາກ​ຜົນ​ອັນ​ໃໝ່​ໂດຍ​ຜ່ານ​ການ​ພົ​ບ​ປະ​ປະ​ຈຳ​ລະ​ຫວ່າງ​ນາ​ຍົກ​ຈີນ-ຣັດ​ເຊຍ​ຄັ້ງ​ນີ້,​ເປັນ​ການເພີ່ມ​ເນື້ອ​ໃນ​ໃໝ່​ເຂົ້າ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ໃນ​ຍຸກ​ໃໝ່​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ໃຫ້​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່​ມ,ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນສອງ​ປະ​ເທດ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ຮ່ວມ​ມື​ໃນ​ດ້ານ​ວຽກ​ງານ​ສາ​ກົນ,ຮ່ວມ​ກັນ​ປົກ​ປ້ອງ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ,ຮ່ວມ​ກັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ບໍ​ລິ​ຫານ​ໂລກ​ໃຫ້​ດີ​ຂຶ້ນ,ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ,ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​,ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ໃນ​ໄລ​ຍະ​ຢ້ຽມ​ຢາມ​ຣັດ​ເຊຍ,ທ່ານ ຫຼີ​ເຄີ້​ສຽງ ແລະ ທ່ານ ​ເດີ​ມິ​ຕີ​ຣ ເມດ​ເວ​ເດ​ຟ ຈະ​ຈັດ​ການ​ພົບ​ປະ​ປະ​ຈຳ​ລະ​ຫວ່າງ 2 ນາ​ຍົກ​ລັດ​ຖະ​ມົນ​ຕີ,ອອກ​ຖະ​ແຫຼງ​ການ​ຮ່ວມ,ເປັນ​ສັກ​ຂີ​ພິ​ຍານ​​ໃນການ​ເຊັນ​ເອ​ກະ​ສານ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ພ້ອມ​ກັນເຂົ້າ​ຮ່ວມ​ພິ​ທີ​ຖະ​ແຫຼງ​ຂ່າວ,ນອກ​ນີ້​ ທ່ານ ຫຼີ​ເຄີ້​ສຽງ ຍັງ​ຈະ​ເຂົ້າ​ຢ້ຽມ​ຄຳ​ນັບ​ແລະ​ພົບ​ປະ​ກັບ​ທ່ານ ວາ​ລະ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ອີກ​ດ້ວຍ.