ເບື້ອງຫຼັງຂ່າວ: ຕະຫຼອດໄລຍະແຫ່ງການສະຖາປະນາສາທາລະນະລັດປະຊາຊົນຈີນໃກ້ຈະຄົບຮອບ 70 ປີ, ເສດຖະກິດຈີນໄດ້ພັດທະນາແບບກ້າວກະໂດດຂັ້ນ. ເມື່ອສັງເກດຈາກຕົວເລກສະຖິຕິແລ້ວເຫັນວ່າ, ຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນປີ 2018 ເພີ່ມຂຶ້ນ 174 ເທົ່າເມື່ອທຽບໃສ່ປີ 1952 ເຊິ່ງໄດ້ກວມເກືອບ 16% ຂອງເສດຖະກິດໂລກ. ປະລິມານການຄ້າກັບຕ່າງປະເທດຂອງຈີນຈາກ 1.13 ຕື້ໂດລາສະຫະລັດໃນປີ 1950 ເພີ່ມຂຶ້ນເປັນ 4600 ຕື້ໂດລາຫະຫະລັດໃນປີ 2018 ເຊິ່ງເພີ່ມຂຶ້ນ 4000 ກວ່າເທົ່າ. ເມື່ອສັງເກດຈາກໂຄງປະກອບແລ້ວເຫັນວ່າ, ໂຄງປະກອບດ້ານການຄ້າກັບຕ່າງປະເທດຂອງຈີນໄດ້ຖືກ “ຍົກລະດັບໃຫ້ສູງຂຶ້ນດ້ວຍຄຸນນະພາບສູງ”, ຈາກ “ການຂາຍເຂົ້າ” (ຜະລິດຕະພັນມູນຄ່າຕ່ຳ) ກາຍເປັນ “ຂາຍຜະລິດຕະພັນລົດໄຟຄວາມໄວສູງ” (ຜະລິດຕະພັນທີ່ມີມູນຄ່າເພີ່ມສູງ). ໂຄງປະກອບເສດຖະກິດຈີນຈາກການຖືເອົາວຽກງານກະສິກຳເປັນຕົ້ນຕໍໃນຕົ້ນຊຸມປີ 1950 ກາຍມາເປັນການຍຶດຖື “ວຽກງານການບໍລິການເປັນຕົ້ນຕໍ ແລະ 3 ອຸດສາຫະກຳໄດ້ພັດທະນາໄປຄຽງຄູ່ກັນ” ໃນປີ 2018.
ການວິເຄາະຂອງ CRI: ພຽງແຕ່ໄລຍະ 70 ປີເທົ່ານັ້ນ, ຈີນຈາກປະເທດທີ່ມີພື້ນຖານເສດຖະກິດອ່ອນແອ ແລະ ມີລະດັບວິທະຍາສາດເຕັກໂນໂລຊີທີ່ຫຼ້າຫຼັງ ກາຍມາເປັນປະເທດອຸດສາຫະກຳໃຫຍ່ອັນດັບ 1, ປະເທດການຄ້າສິນຄ້າປະເພດຈັບຕ້ອງໄດ້ໃຫຍ່ອັນດັບ 1, ປະເທດມີຄັງສຳຮອງເງິນຕາຕ່າງປະເທດຫຼາຍທີ່ສຸດ ແລະ ປະເທດທີ່ສາມາດດຶງດູດການລົງທຶນຕ່າງປະເທດຫຼາຍເປັນອັນດັບ 2 ຂອງໂລກ. ຈີນຕັ້ງໜ້າສົ່ງເສີມລັດທິຫຼາຍຝ່າຍ, ໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳມວນມະນຸດ” ເຊິ່ງເປັນການປະກອບສ່ວນອັນຕັ້ງໜ້າຕໍ່ການປົກຄອງທົ່ວໂລກດ້ວຍການກະທຳຕົວຈິງຂອງຕົນ. ນີ້ບໍ່ແມ່ນເລື່ອງທີ່ເກີດຂຶ້ນແບບບັງເອີນ, ຕົ້ນຕໍແມ່ນຍ້ອນວ່າຈີນໄດ້ຍຶດໝັ້ນເສັ້ນທາງສັງຄົມນິຍົມ ແລະ ຍຶດໝັ້ນການເດີນຕາມເສັ້ນທາງທີ່ສອດຄ່ອງກັບສະພາບຄວາມເປັນຈິງແຫ່ງຊາດຂອງຕົນ.