ງານວາງສະແດງຮູບພາບ ລາວ -ຈີນ ພາຍໃຕ້ຫົວຂໍ້ ພະລັງແຫ່ງການກ້າວເດີນ

2019-09-26 18:16:45 |ມາຈາກ: CRI

ວິທະຍຸສາກົນ ແຫ່ງ ປະ ເທດຈີນ (CRI) ປະຈຳ ລາວ ໄດ້ ຈັດ​ພິທີ​ເປີດງານວາງສະແດງ ຮູບພາບ ພາຍໃຕ້ຫົວຂໍ້ “ພະລັງແຫ່ງການກ້າວ ເດີນ” ໃນລະຫວ່າງວັນທີ 25 ກັນຍາ ຫາ 2 ຕຸລາ 2019 ທີ່ ສູນການຄ້າວຽງ ຈັນເຊັນເຕີ ນະຄອນຫລວງວຽງຈັນ, ​​ເນື່ອງ​ໃນ​ໂອກາດ​ວັນ​ສະຖາປະນາ ສປ ຈີນ ຄົບຮອບ70​ປີ, ໂດຍໄດ້ລວບລວມເອົາບັນດາຜົນງານ ຊ່າງພາບ ຂອງຈີນ ແລະ ຊ່າງພາບລາວທີ່ດີເດັ່ນມາວາງສະແດງ, ​ເຊິ່ງ​​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ,ວັດທະນະທຳແລະທ່ອງທ່ຽວລາວ, ທ່ານ ບົວແກ້ວ ພູມວົງໄຊ ຫົວໜ້າກົມການຂ່າວ ກະຊວງການ​ຕ່າງປະ​ເທດ​ລາວ, ທ່ານ ຈ້າວເສີງກ່າງ ທີ່ປຶກສາການເມືອງ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ.

ງານ​ວາງ​ສະ​ແດງ​ຮູບ​ພາບ​ດັ່ງກ່າວ​ໄດ້​​​ສ່ອງ​ແສງ​ໃຫ້​ເຫັນ​ເຖິງການ​ປ່ຽງ​ແປງ​ຂອງ​ຈີນ​ໃນ​ໄລຍະ 70 ​ປີຜ່ານມາ, ​ໂດຍ​ຜ່າ​ນຫົວ​ຂໍ້ຕ່າງໆ​,ເຊັ່ນ: ວັດທະນະ​ທໍາ​ທີ່​​ເປັນ​ມູນ​ເຊື້ອ, ສັນຍາ​ລັກ​ດ້ານ​ສິ່ງ​ກໍ່​ສ້າງ, ​ຄວາມ​ຄິດ​ສ້າງ​ສັນແລະ​ອື່ນໆ. ສ່ອງ​​ແສງ​ໃຫ້​ເຫັນ​ເຖິງ​ຜົນ​ສໍາ​ເລັດ​ດ້ານ​ການ​ຮ່ວມ​ມື​ທີ່​​ບົນ​ຈິດ​ໃຈ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ລາວ-ຈີນ​ໃນ​ຫລາຍ​ປີ​ມໍ່ໆ​ມາ​ນີ້,​ໂດຍ​ຜ່ານ​ຫົວຂໍ້​​ໂຄງການ​ຮ່ວມ​ມືອັນສໍາ​ຄັນ​ລະຫວ່າງ​ສອງ​ດ່າຍ, ​ເຊິ່ງ​​ເປັນ​ການ​ເພີ່​ມທະວີ​ຄວາມ​​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອ​ງ​ຊາດ. ນອກນັ້ນ, ງານ​ວາງສະ​ແດ​ງ​ໃນ​ຄັ້ງ​ນີ້ຍັງມີ​ກິດຈະ​ກໍາ​ດ້ານ ​ແສງ​ສີ ​ ​​ໃຫ້​ຜູ້​ຊົມ​ພາຍ​ໃນງານ​ໄດ້​ຖ່າຍ​ຮູບ​ແບບ3 ມີ​ຕິ.

ງານ​ວາງສະ​ແດງ​ດັ່ງກ່າວ ເປີດ​ໃຫ້​ຊົມ​ໂດຍ​ບໍ່​ເສຍ​ຄ່າ. ນອກຈາກ​ນັ້ນ, ຍັງ​ມີ​ແຜນ​ຈະ​ໄປ​ວາງສະ​ແດງ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາ​ດລາວ​ເປັນ​ ເວລາ 1 ອາທິ​ດ.