ທ່ານ​ສີ​ຈິ້ນ​ຜິ​ງສົ່ງ​ສານ​ຊົມ​ເຊີຍ​ເນື່ອງ​ໃນ​ໂອກາດ​ການ​ຄົ້ນ​ພົບ​ບໍ່​ນ້ຳມັນ​ຕ້າ​ຊິ້ງຄົບຮອບ 60 ປີ

2019-09-26 18:19:27 |ມາຈາກ: CRI

​ເນື່ອງ​ໃນ​ໂອກາດ​ການ​ຄົ້ນ​ພົບ​ບໍ່​ນ້ຳມັນ​ຕ້າ​ຊິ້ງຄົບຮອບ 60 ປີ, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດຈີນ, ປະທານ​ຄະນະ​ກຳມການ​ການ​ທະ​ຫານ​ສູນ​ກາງ​ຈີນໄດ້ຕາງໜ້າ​​ໃຫ້ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສົ່ງ​ສານສະ​ແດງ​ຄວາມ​ຊົມ​ເຊີຍ ແລະ​ສະ​ແດງ​ຄວາມ​ຢື້ຢາມ​ຖາມ​ຂ່າວຢ່າງ​ຈິງ​ໃຈ​ເຖິງພະນັກງານ​ບໍ່​ນ້ຳມັນ​ຕ້າ​ຊິ້ງ, ພະນັກງານ​​ບຳນານ ກໍ​ຄື​ຄອບຄົວ​ຂອງ​ເຂົາ​ເຈົ້າ​ທຸກ​ຖ້ວນ​ໜ້າ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​​ເມື່ອ 60 ປີ​ກ່ອນໜ້າ​ນີ້, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຕັດສິນ​ໃຈ​ຍ້າຍ​ການສຳຫຼວດ​ແຫຼ່ງນ້ຳມັນ​ສູ່​ພາກ​ຕາ​ເວັນ​ອອກ, ພະນັກງານ​ສຳ​ຫຼວດນ້ຳມັນ ​ແລະນັກ​ທໍລະນີສາດ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ ​ແລະ​ໃນ​ທີ່​ສຸດ​ກໍ​ໄດ້​ຄົ້ນ​ພົບ​ບໍ່​ນ້ຳມັນ​ຕ້າ​ຊິ້ງ ​ເຊິ່ງ​ມີຄວາມໝາຍ​ສຳຄັນ​ຕໍ່ປະຫວັດສາດ​ການ​ຄົ້ນ​ພົບນ້ຳມັນ​​ໃນ​ຈີນ. ​ໃນ 60 ປີຜ່ານມາ, ການປະກອບສ່ວນ​ທີ່​ສຳຄັນ​ຂອງ​ບໍ່​ນ້ຳມັນ​ຕ້າ​ຊິ້ງ​ໄດ້ຖືກ​ຈາລຶກ​ໄວ້​ໃນປະຫວັດສາດຂອງ​ຊາດ, ນ້ຳ​ໃຈ​ຕ້າ​ຊິ້ງ ​ແລະ​ນ້ຳ​ໃຈຄົນ​​ກ້າ​ກໍ​ກາຍ​​ເປັນສ່ວນປະກອບ​ທີ່​ສຳຄັນ​ຂອງ​ນ້ຳ​ໃຈຊາດ​ຈີນ​ທີ່​ຍິ່ງ​ໃຫຍ່​.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ​ເມື່ອຢືນ​ຢູ່​ຈຸດ​​ເລີ່​ມຕົ້ນ​ໃໝ່​​ແຫ່ງ​ປະ​ຫວັດ​ສາດ, ຫວັງ​ວ່າ​ພະນັກງານ​ທຸກ​ຖ້ວນ​ໜ້າ​ຂອງ​ບໍ່​ນ້ຳມັນ​ຕ້າ​ຊິ້ງຈະສາມາດມີ​ການປະຕິ​ຮູບ ​ແລະ​ປະດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກຍູ້​ການ​ພັດທະນາ​ທີ່​ມີ​ຄຸນ​ນະພາ​ບສູງ, ສ້າງ​ຄວາມ​ເປັນ​ແບບຢ່າງ ​ແລະ​ສ້າງ​ບໍ່​ນ້ຳມັນ​ຄົບຮອບ 100 ປີ, ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ສູ້​ຊົນ​ໃນ “​ວັນ​ຄົບຮອບ 100 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ສປ ຈີນ ​ແລະ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ” ກໍ​ຄື​ບັນລຸການຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​​ເຮືອງ​ຂອງຊົນຊາດ​ຈີນ​ຄືນ​ໃໝ່.