ອຳນາດການປົກຄອງແຂວງຢຸນນານຈັດງານລ້ຽງຕ້ອນຮັບສະຫຼອງວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີ

2019-09-27 17:57:32 |ມາຈາກ: 云南日报

ຕອນຄ່ຳ ວັນທີ 26 ກັນຍາ,ອຳນາດການປົກຄອງແຂວງຢຸນນານຈັດງານລ້ຽງຕ້ອນຮັບສະຫຼອງວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີທີ່ໂຮງແຮມຊຸຍຫູນະຄອນຄຸນໝິງ, ເພື່ອສະເຫລີມສະຫຼອງວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີ.

ທ່ານ ຈ່ຽງໂກຫົວ ຮອງເຈົ້າແຂວງແຂວງຢຸນນານ ອຳນາດການປົກຄອງແຂວງຢຸນນານ ກ່າວຄຳປາໄສໃນງານລ້ຽງຕ້ອນຮັບ, ທ່ານສະແດງຄວາມຊົມເຊີຍ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາເພື່ອນມິດທີ່ຢູ່ທັງຢູ່ພາຍໃນແລະຕ່າງປະເທດທີ່ໃຫ້ການສະໜັບສະໜູນການພັດທະນາເສດຖະກິດ ແລະ ສັງຄົມຂອງແຂວງຢຸນນານ. ທ່ານ ຈ່ຽງໂກຫົວ ຫວັງຈາກໃຈຈິງວ່າບັນດາເພື່ອນມິດຈາກທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນການພັດທະນາຂອງແຂວງຢຸນນານ,ຊຸກຍູ້ການແລກປ່ຽນມິດຕະພາບ ແລະ ການຮ່ວມມື, ແລະເຮັດວຽກຮ່ວມກັນເພື່ອສ້າງອະນາຄົດທີ່ດີຂື້ນ.

ກົງສຸນໃຫຍ່ ແລະ ພະນັກງານຈາກສະຖານກົງສຸນຂອງລາວ, ບັງກະລາເທດ, ກຳປູເຈຍ, ໄທ, ມາເລເຊຍ, ມຽນມາ, ຫວຽດນາມ,ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ບໍລິສັດຕ່າງປະເທດແລະຜູ້ຊ່ຽວຊານຕ່າງປະເທດຈຳນວນໜຶ່ງ, ແລະ ຜູ້ຮັບຜິດຊອບຂອງພະແນກການທີ່ກ່ຽວຂ້ອງຂອງແຂວງຢຸນນານກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ.