ສະຖານທູດຈີນປະຈໍາລາວ ຈັດງານສະເຫຼີມສະຫຼອງວັນຊາດຈີນ ຄົບຮອບ 70 ປີ ທີ່ນະຄອນຫຼວງວຽງຈັນ

2019-09-29 18:45:04 |ມາຈາກ: CRI

ໃນວັນທີ 27 ກັນຍານີ້, ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ສະຖານທູດຈີນປະຈໍາລາວ ໄດ້ງານງານສະເຫຼີມສະຫຼອງວັນຊາດຈີນ ຄົບຮອບ 70 ປີ (1/10/1949-1/10/2019) ໂດຍການເປັນປະທານຂອງທ່ານ ຈ່ຽງ ຈາຍດົ່ງ ເອກອັກຄະລັດຖະທູດຈີນ ປະຈໍາລາວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຊາວຈີນຕ່າງດ້າວ, ແຂກທີ່ເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຈ່ຽງ ຈາຍດົ່ງ ເອກອັກຄະລັດຖະທູດຈີນ ປະຈໍາລາວກ່າວວ່າ: ຕະຫຼອດໄລຍະ 70 ປີທີ່ຜ່ານມາ, ພາຍໃຕ້ການຊີ້ນໍາ ນຳພາທີ່ເຂັ້ມແຂງຂອງພັກກອມມູນິດຈີນ, ໂດຍມີທ່ານ ສີ ຈິ້ນຜິງ ເປັນແກນນຳ ໄດ້ສາມັກຄີ ແລະນໍາພາປະຊາຊົນຈີນບັນດາເຜົ່າໃນທົ່ວປະເທດ, ຜ່ານຜ່າຄວາມຫຍຸ້ງຍາກ ຊຸກຍູ້ສົ່ງເສີມພາລະກິດພັກ ແລະປະເທດໄດ້ຮັບຜົນສຳເລັດ ກາຍເປັນການປະຕິຮູບແຫ່ງປະຫວັດສາດ ເຮັດໃຫ້ເສດຖະກິດຈີນໃຫຍ່ອັນດັບ 2 ຂອງໂລກ, ການເຕີບໂຕຂອງເສດຖະກິດໂລກຫຼາຍກ່ວາ 30% ແລະໄດ້ພາໃຫ້ປະຊາຊົນຈີນຫຼາຍກວ່າ 700 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະປະກອບສ່ວນຫຼາຍກ່ວາ 70% ໃນການຫຼຸດຜ່ອນຄວາມທຸກຍາກທົ່ວໂລກ ຕົວເລກດັ່ງກ່າວສະແດງໃຫ້ເຫັນຕົ້ນກໍາເນີດ ແລະພາລະກໍາຂອງພັກກອມມູນິດຈີນ, ກໍຄືເພື່ອສະແຫວງຫາຄວາມຜາສຸກຂອງປະຊາຊົນຈີນ, ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນຈີນ ແລະຄວາມປອງດອງກົມກຽວຂອງຊາວໂລກ.

ທ່ານກ່າວຕື່ມອີກວ່າ, ຕໍ່ຜົນສໍາເລັດດັ່ງກ່າວ, ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ສົ່ງເສີມຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ", ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ແລວເສດຖະກິດລາວ-ຈີນ. ລົງເລິກຄວາມເຂົ້າໃຈກັນຂອງປະຊາຊົນສອງຊາດ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດແລະປະຕິປັດກົດໝາຍ, ຮັດແໜ້ນພຶ້ນຖານຄວາມປອດໄພຂອງຄູ່ຮ່ວມຊາຕາກໍາ ເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສົ່ງເສີມການກໍ່ສ້າງຄູ່ຮ່ວມຊາຕາກໍາມວນມະນຸດ.

ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານຂອງ ສປ ຈີນຕະຫຼອດໄລຍະ 70 ປີ, ທ່ານກ່າວວ່າ, ຜົນສໍາເລັດດັ່ງກ່າວເປັນກຳລັງແຮງໃຈອັນແຮງກ້າໃຫ້ແກ່ພັກລັດແລະປະຊາຊົນລາວໃນພາລະກິດປົກປັກຮັກສາແລະສ້າງສາສັງຄົມນິຍົມ,​ ຕະຫຼອດໄລຍະຜ່ານມາການພົວພັນສອງພັກສອງລັດ ແລະປະຊາຊົນສອງຊາດລາວ-ຈີນ ໄດ້ຮັບການເສີມຂະຫຍາຍ, ໄດ້ຕີລາຄາສູງໃນການແລກປ່ຽນການໄປມາຫາສູ່ຂອງຜູ້ນໍາຂັ້ນສູງຂອງສອງປະເທດ, ການຮ່ວມມືດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທໍາ-ສັງຄົມ ແລະສິ່ງແວດລ້ອມ​ ໙ພວມໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ຕາມແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວທີ່ໄດ້ຮັບການລົງນາມໂດຍເລຂາທິການໃຫຍ່ຂອງສອງປະເທດລາວ-ຈີນ ທີ່ເປັນພື້ນຖານໃຫ້ແກ່ການພົວພັນລາວ-ຈີນ ໃນໄລຍະໃໝ່.

ທ່ານກ່າວອີກວ່າ, ໃນນາມຕາງໜ້າພັກ ແລະລັດຖະບານລາວ ແລະປະຊາຊົນລາວບັນດາເຜົ່າ ຂໍອວຍພອນໃຫ້ປະຊາຊົນຈີນ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນພາຍໃຕ້ການນໍາພາອັນສະຫລາດຊ່ອງໃສທີ່ມີສະຫາຍ ສີ ຈີ້ນຜິງ ເປັນແກນກາງ ຈົ່ງສືບຕໍ່ປະສົບຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາປະເທດຈີນ ສັງຄົມນິຍົມທີ່ທັນສະໄໝ ຕາມສີສັນພິເສດຂອງຈີນ, ຂໍອວຍພອນໃຫ້ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ແລະແບບຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ​ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດກໍຄືເພື່ອສັນຕິພາບ, ມິດຕະພາບ ແລະການຮ່ວມມື ເພື່ອພັດທະນາພາກພື້ນ ແລະໃນໂລກ.