ໃນໄລຍະວັນພັກຂອງການສະເຫຼີມສະຫຼອງວັນຊາດຈີນ ແຂວງຢຸນນານໄດ້ໃຫ້ບໍລິການຕໍ່ນັກທ່ອງທ່ຽວຈຳນວນ 27 ກວ່າລ້ານເທື່ອຄົນ

2019-10-08 18:18:42 |ມາຈາກ: 云南日报

ໃນລະຫວ່າງວັນພັກຂອງການສະເຫຼີມສະຫຼອງວັນຊາດຈີນປີນີ້,ແຂວງຢຸນນານໄດ້ໃຫ້ບໍລິການຕໍ່ນັກທ່ອງທ່ຽວຈຳນວນ 27.12 ລ້ານເທື່ອຄົນ,ເຊິ່ງໄດ້ເພີ່ມຂຶ້ນ 21,1% ເມື່ອປຽບທຽບກັບໃນໄລຍະດຽວກັນ;ໄດ້ບັນລຸລາຍຮັບດ້ານການທ່ອງທ່ຽວ 21,59 ຕື້ຢວນ,ເຊິ່ງໄດ້ເພີ່ມທະວີຂຶ້ນ 22,1% ເມື່ອປຽບທຽບກັບໃນໄລຍະດຽວກັນ;ຕະຫຼາດຂອງການທ່ອງທ່ຽວໃນຍາມວັນພັກມີຄວາມຟົດຟື້ນ, ໝັ້ນຄົງ ແລະ ປະກົດມີຈຸດພົ້ນເດັ່ນອອກມາຫຼາຍ.ການທ່ອງທ່ຽວດ້ວຍລົດໄຟຄວາມໄວສູງ ແລະ ການຂັບລົດທ່ຽວເອງເປັນຄຳສຳຄັນຂອງການໄປທ່ອງທ່ຽວໃນມື້ວັນພັກສະຫຼອງວັນຊາດຈີນ.

ໃນລະຫວ່າງວັນພັກ,ສະຖານທີ່ທ່ອງທ່ຽວທີ່ໄດ້ຕ້ອນຮັບນັກທ່ອງທ່ຽວຫລາຍທີ່ສຸດມີຈຳນວນ 3 ແຫ່ງຄື: ພູຫິມະຢີລົງ ນະຄອນລີຈຽງ ໄດ້ໃຫ້ບໍລິການຕໍ່ນັກທ່ອງທ່ຽວຈຳນວນ 1.52 ແສນເທື່ອຄົນ, ເຊິ່ງໄດ້ເພີ່ມຂຶ້ນ 27.4% ເມື່ອປຽບທຽບກັບໃນໄລຍະດຽວກັນ, ປ່າຫີນ ນະຄອນຄຸນຫມິງ ໄດ້ໃຫ້ບໍລິການຕໍ່ນັກທ່ອງທ່ຽວຈຳນວນ 1.19 ແສນເທື່ອຄົນ,ເຊິ່ງໄດ້ເພີ່ມຂຶ້ນ 20.8%ເມື່ອປຽບທຽບກັບໃນໄລຍະດຽວກັນ, ສະຖານທີ່ທ່ອງທ່ຽວບ້ານຊົນເຜົ່າຢຸນນານ ໄດ້ໃຫ້ບໍລິການຕໍ່ນັກທ່ອງທ່ຽວຈຳນວນ 1.06 ແສນເທື່ອຄົນ, ເຊິ່ງໄດ້ເພີ່ມຂຶ້ນ 12.9% ເມື່ອປຽບທຽບກັບໃນໄລຍະດຽວກັນ. ປະລິມານການຕ້ອນຮັບນັກທ່ອງທ່ຽວຂອງນະຄອນເຫວິນຊານ, ນະຄອນຊູຈິ້ງ, ນະຄອນຫລິນຊ່າງ, ນະຄອນຫົງເຫີ, ນະຄອນຊູຊົງ ເພີ່ມຂຶ້ນຫລາຍກວ່າ 20% ເມື່ອປຽບທຽບກັບໃນໄລຍະດຽວກັນ.