ຄະ​ນະ​ຜ້​ແທນ​ຈີນຈະ​ເດີນ​ທາງ​ໄປ​ອາ​ເມ​ລິ​ກາ​ເພື່ອ​ຈັດ​ການ​ເຈ​ລະ​ຈາ​ລະ​ດັບ​ສູງ​ກ່ຽວ​ກັບ​​ເສດ​ຖະ​ກິດການ​ຄ້າ​ຈີນ-ອາ​ເມ​ລິ​ກາ​​ຮອບ​ໃໝ່

2019-10-08 18:20:04 |ມາຈາກ: CRI

ຕາມ​ຂ່າວ CRI: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ອາ​ເມ​ຣິ​ກາ, ທ່ານ​ຫຼິ້ວ​ເຮີ້ ກຳ​ມະ​ການ​ກົມ​ການ​ເມືອ​ງູ​ສນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທັງ​ເປັນ​ຫົວ​ໜ້າ​ຝ່າຍ​ຈີນ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເສດ​ຖະ​ກິດ​ຮອບ​ດ້ານ​ຈີນ-ອາ​ເມ​ລິ​ກາ ພ້ອມ​ດ້ວຍ​ຄະ​ນະ​ຈະ​ຢ້ຽ​ມ​ຢາມ​ວໍ​ຊິງ​ຕັນ ເພື່ອ​ຮ່ວມມ​ກັບ​ທ່ານ​ໂ​ຣ​ເບີດ ໄລ​ທີ​ເຊີ ຜູ້​ຕາງ​ໜ້າ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ການ​ເຈ​ລະ​ຈາ ແລະ​ທ່ານ​​ສະ​ຕີ​ເວນ ​ມະ​ນູ​ຊິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ເພື່ອ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ກ່ຽວ​ກັບ​ເສດ​ຖະ​ກິດ​ການ​ຄ້​າ​ຈີນ-ອາ​ເມ​ລິ​ກາ​ຮອບ​ໃໝ່.