ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ເຂົ້າ​ຮ່ວມ​ພິ​ທີ​ອັດ​ງານ​ວາງ​ສະ​ແດງ​ພືດ​ສວນໂລກ​ປັກ​ກິ່ງ​ຈີນ​ປີ 2019 ​ແລະ​ກ່າວ​ຄຳ​ປາ​ໄສ

2019-10-10 17:21:24 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 9 ຕຸ​ລານີ້, ງານ​ວາງ​ສະ​ແດງ​ພືດສວນໂລກ​ປັກ​ກິ່ງ​ຈີນ​ປີ 2019 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຢຽນ​ຊີ້ງ ຊານ​ເມືອງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ອັດ​ລົງແລ້ວ. ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ອັດ​ແລະ​ກ່າວ​ປາ​ໄສ​ໃນ​ພິ​ທີ​ອັດ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ໂດຍທ່ານ​ຫຼີ​ເຄີ້​ສຽງ​ກ່າວ​ວ່າ: ງານ​ວາງ​ສະ​ແດງ​ພືດ​ສວນໂລກ​ຄັ້ງ​ນີ້​ແມ່ນ​ຄັ້ງ​ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ແມ່ນ​ງານມະ​ໂຫລານນິ​ເວດ​ສີ​ຂຽວ​ທີ່​ໃຫ້​ອະ​ລິ​ຍະ​ທຳ​ຕ່າງໆໄດ້​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະກັນ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນ​ຂອງ​ອະ​ລິ​ຍະ​ທຳ​ປະ​ເທດ​ຕ່າງໆ ແລະ​ເປັນການ​ເຊື່ອມ​ສານ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ພ້ອມ​ທັງ​ການ​ຮ່ວມ​ມື​ດ້ານ​ນິ​ເວດ​ສີ​ຂຽວ.

ງານ​ວາງ​ສະ​ແດງ​ພືດ​ສວນໂລກ​ປັກ​ກິ່ງ​ທີ່​ໄດ້​ດຳ​ເນີນມາ​ເປັນ​ເວ​ລາ 162 ມື້​ແຕ່​ວັນ​ທີ 28 ເມ​ສາ​ປີນີ້​ເປັນ​ຕົ້ນ​ມາ ​ໄດ້​ຈັດ​ກິດ​ຈະ​ກຳ​ທັງ​ໝົດ​ເກືອບ 3300 ເທື່ອ ແລະ​ໄດ້​ດຶງ​ດູດ​ຜູ້​ຊົມທັງ​ພາຍ​ໃນແລະ​ຕ່າງ​ປະ​ເທດ 9 ລ້ານກວ່າ​ເທື່ອຄົນ​ໄປ​ທ່ຽວ​ຊົມ.

ທ່ານ​ຫຼີ​ເຄີ້​ສຽງ​ກ່າວ​ວ່າ: ຈີນ​ຈະ​ເລັ່ງ​ລັດ​ຫັນ​ປ່ຽນ​ຮູບແບບ​ການ​ພັດ​ທະ​ນາ, ເສີມ​ຂະ​ຫຍາຍ​ບົດ​ບາດຂອງ​ການ​ຂັບ​ເຄື່ອນ​ດ້ວຍການ​ປະ​ດິດ​ສ້າງ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ, ເລັ່ງ​ລັດ​ອົບ​ຮົມ​ບົ່ມ​ສ້າງ​ພະ​ລັງແຮງ​ໃໝ່; ພະ​ຍາ​ຍາມ​ຊຸກ​ຍູ້​ການ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ດ້ວຍ​ນິ​ເວດ​ສີ​ຂຽວ, ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການບຳ​ບັດ​ແລະ​ປ້ອງ​ກັນ​ມົນ​ລະ​ພິດ​ໃຫ້​ດີ, ຊຸກ​ຍູ້​ການ​ສ້າງ​ສະ​ພາບ​ແວດ​ລ້ອມໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ຈີນ​ຈະ​ຍຶດ​ໝັ້ນໃນ​ຫຼັກ​ການ​ຮ່ວມ​ກັນ​ຮັບ​ຜິດ​ຊອ​ບ​ແຕ່​ມີ​ພັນ​ທະ​ທີ່​ແຕກ​ຕ່າງ​ກັນ, ຫຼັກ​ການ​ຍຸດ​ຕິ​ທຳ ແລະ​ຫຼັກ​ການ​ປະ​ຕິ​ບັດ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ, ຕັ້ງ​ໜ້າ​ປະ​ຕິ​ບັດ​ສັນ​ຍາ​ປາ​ຣີ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຈະ​ຊ່ວຍ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ສ້າງ​ເສດ​ຖະ​ກິດ​ນິ​ເວດ​ສີ​ຂຽວ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ ແລະບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.