ການ​​ຢ້ຽມ​ຢາມ​ອາ​ຊີ​ໃຕ້​ຂອງ​ທ່ານ​ປະ​ທານ​ປະ​ເທດ​ສີ​ຈິ້ນ​ຜີງ: ຈະ​ປະ​ກອບ​ສ່ວນຄັ້ງ​ໃໝ່​ເຂົ້າ​ໃນການ​ສ້າງ​ສັນ​ຕິ​ພາບແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງພາກ​ພື້ນ​ແລະ​​ໂລກ​

2019-10-10 17:25:28 |ມາຈາກ: CRI

ຕາມ​ຂ່າວCRI:ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອເຊີນ​ຂອງ​ທ່ານ​ນາ​ເຣນດ​ຣາ ໂມ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ແລະ​ທ່ານ​ນາງວິດຢາ ເດ​ວີ ບານ​ດາ​ຣີ, ປະ​ທາ​ນາ​ທິ​ບໍ​ດີ​ເນ​ປານ, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ໄປ​ອິນ​ເດຍ​ເພື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຢ່າງ​ບໍ່​ເປັນ​ທາງ​ການ​ຄັ້ງ​ທີ 2 ລະ​ຫວ່າງ​ຜູ້​ນຳ​ຈີນ​ແລະ​ອິນ​ເດຍ, ແລະ​ເດີນ​ທາງ​ຢ້ຽມ​ຢາມ​​ເນ​ປານທາງ​ລັດ​ຖະ​ກິດ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 13 ຕຸ​ລາ​ນີ້. ໃນ​ຕອນ​ບ່າຍ​ວັນ​ທີ 9 ຕຸ​ລາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຈັດ​ງານຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ເລື່ອງ​ດັ່ງ​ກ່າວ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ໂຫຼ​ຈ້າວ​ຫຸຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ເປັນ​ການ​ເພີ່ມ​ພະ​ລັງ​ແຮງ​ໃໝ່, ພະ​ລັງ​ຊີ​ວິດ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອິນ​ເດຍ, ຈີ​ນກັບເນ​ປານແລະຈີນ​ກັບບັນ​ດາ​ປະ​ເທດ​ອາ​ຊີ​ໃຕ້, ຫາ​ຊ່ອງ​ທາງໃໝ່​ເພື່ອ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່ແລະ​ການ​ເຊື່ອມ​ໂຍງ​ກັນ​ໃນ​ພາກ​ພື້ນ​ແລະ​ການ​ຮ່ວມ​ມື​ຕົວ​ຈິງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ສ້າງ​ເວ​ທີ​ໃໝ່​ເພື່ອ​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ແລະ​ສົ່ງ​ເສີມ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ, ຈະປະ​ກອບ​ສ່ວນ​ຄັ້ງໃໝ່​ເຂົ້າ​ໃນການ​ສ້າງ​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງພາກ​ພື້ນກໍ​ຄື​ຂອງ​ໂລກ.

ທ່ານ​ໂຫຼ​ຈ້າວ​ຫຸຍ​ກ່າວ​ວ່າ, ​ການ​ພັດ​ທະ​ນາ​ດ້ວຍ​ການ​ຊີ້​ນຳ​ນຳ​ພາ​ຂອງຂັ້ນ​ສູງ​ແມ່ນ​ລັກ​ສະ​ນະ​ພິ​ເສດ​ທີ່​ສຳ​ຄັນ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອິນ​ເດຍ. ໃນ​ຫຼາຍ​ປີ​ຜ່ານ​ມາ​ນີ້, ທ່ານ​ປະ​ທານ​ສີ​ຈິ້ນ​ຜີງ​ກັບ​ທ່ານ​ນາ​ເຣນດ​ຣາ ໂມ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ຢ່າງ​ເປັນ​ປົກ​ກະ​ຕິ​ໃນ​ໂອ​ກາດ​ຕ່າງໆ, ໄດ້​ໃຫ້​ທິດ​ຊີ້​ນຳ​ດ້ານ​ຍຸດ​ທະ​ສາດ​ແລະ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ຢ່າງ​ເຂັ້ມ​ແຂງ​ເຂົ້າ​ໃນການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ອິນ​ເດຍ. ໃນ​ໄລ​ຍະ​ທີ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜີງ​ຢ້ຽມ​ຢາມ​ອິນ​ເດຍ​ຄັ້ງ​ນີ້, ມີເນີນ​ການ​ແລກ​ປ່ຽນ​ ກັບ​ທ່ານ​ນາ​ຍົກນາ​ເຣນດຣາ ໂມ​ດີໃນ​ຫຼາຍ​ຮູບ​ແບບ.

ສຳ​ລັບ​ປະ​ເທດ​ເນ​ປານ​ນັ້ນແມ່ນ​ຄູ​ຮ່ວມ​ມື​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມືໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢູ່ອາ​ຊີ​ໃຕ້​ຂອງ​ຈີນ. ທ່ານ​ໂຫຼ​ຈ້າວ​ຫຸຍ, ​ກ່າວ​ວ່າ, ການ​ເດີນ​ທາງ​​ຢ້ຽ​ມ​ຢາມ​ເນ​ປານ​ຄັ້ງ​ນີ້, ຈະ​ຮ່ວມ​ກັນ​ກຳ​ນົດ​ແຜນ​ການໃໝ່​ກ່ຽວ​ກັບ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ເນ​ປານ​ໃນ​ອະ​ນາ​ຄົດ, ​ເລັ່ງ​ລັດ​ເພື່ອຮ່ວມ​ກັນ​ສ້າງ​ຍຸກ​ໃໝ່​ດ້ານ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ເນ​ປານ. ຈະ​ລົງ​ເລິກ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫ່​ ​ສອງ​ປະ​ເທດ​​ຕື່ມ​ອີກ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ເຊື່ອ​ສານ​ດ້ານ​ຈິດ​ໃຈ​ສູ່​ທຸກ​ລຸ້ນ​ຄົນລະ​ຫວ່າງ​ຈີນ-ເນ​ປານ​ໃຫ້ໝັ້ນ​ຄົງ. ຈະ​ເລັ່ງ​ລັດ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມ​ກັນ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ແຕ່​ລະ​ຂົງ​ເຂດ​ລະ​ຫວ່າງ​ສອງ​ຝ່າຍ, ສ້າງ​ຜົນ​ປ​ະ​ໂຫຍດ​ໃຫ້​ຫຼາຍກວ່າ​ເກົ່າ​ແກ່​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.