ຫວ່າງມໍ່ໆມານີ້, ປະຊາຄົມໂລກໄດ້ມີຄວາມເປັນຫ່ວງນັບມື້ນັບເພີ່ມຂຶ້ນຕໍ່ອະນາຄົດຂອງເສດຖະກິດໂລກ. ທ່ານນາງຄຣິສຕາລີນາ ຈໍເຈຍວາ ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນ ຫຼື IMF ຜູ້ໃໝ່ກ່າວເຕືອນວ່າ, ຍ້ອນໄດ້ຮັບຜົນກະທົບຈາກສົງຄາມການຄ້າ ແລະ ປັດໄຈອື່ນໆ, ຈັງຫວະການເຕີບໂຕທາງເສດຖະກິດໂລກຈະຫຼຸດລົງເຖິງລະດັບຕ່ຳສຸດນັບແຕ່ປີ 2010 ມານີ້. ຂະນະດຽວກັນ, ການເຕີບໂຕຂອງເສດຖະກິດໂລກໄດ້ຜະເຊີນໜ້າກັບແຮງກົດດັນອັນໃຫຍ່ຫຼວງ. ອົງການການຮ່ວມມືເສດຖະກິດ ແລະ ການພັດທະນາໄດ້ເຜີຍແຜ່ບົດລາຍງານໃນເດືອນກັນຍາຜ່ານມານີ້ ໂດຍໄດ້ປັບຈັງຫວະການເຕີບໂຕດ້ານເສດຖະກິດທົ່ວໂລກໃນປີນີ້ຈາກ 3,2% ລົງເຫຼືອ 2,9% ເຊິ່ງແມ່ນຈັງຫວະການເຕີບໂຕຕ່ຳສຸດນັບແຕ່ວິກິດການທາງການເງິນໃນປີ 2008 ເປັນຕົ້ນມາ, ສ່ວນການຄາດຄະເນການເຕີບໂຕທາງເສດຖະກິດໂລກໃນປີໜ້າກໍໄດ້ປັບຈາກ 3,4% ໃຫ້ລົງເຫຼືອ 3%.
ໂດຍຜະເຊີນໜ້າກັບຄວາມບໍ່ແນ່ນອນຕ່າງໆ, ປະຊາຄົມໂລກຄວນສະໜັບສະໜູນ ແລະ ຍຶດໝັ້ນໃນລັດທິຫຼາຍຝ່າຍ ແລະ ຄວນພິຈາລະນາຈາກຫຼາຍດ້ານ.
ກ່ອນອື່ນ, ປະເທດໃຫຍ່ຄວນມີພາລະໜ້າທີ່ຫຼາຍກວ່າເກົ່າ ເພື່ອປົກປ້ອງລັດທິຫຼາຍຝ່າຍ ແລະ ລະບຽບການການຄ້າເສລີ. ເມື່ອສັງເກດຈາກຄວາມຕ້ອງການອັນຮີບດ່ວນແລ້ວເຫັນວ່າ, ການແກ້ໄຂຄວາມຂັດແຍ້ງດ້ານການຄ້າຢ່າງສົມເຫດສົມຜົນເປັນໜ້າທີ່ອັນຮີບດ່ວນທີ່ສຸດ. ອີງຕາມການວິເຄາະຂອງ IMF, ເມື່ອຮອດປີ 2020, ເສດຖະກິດໂລກອາດຈະປະສົບຄວາມເສຍຫາຍປະມານ 700 ຕື້ໂດລາສະຫະລັດ ຍ້ອນຄວາມຂັດແຍ້ງທາງການຄ້າ ເຊິ່ງເທົ່າກັບປະມານ 0,8% ຂອງ GDP ທົ່ວໂລກ.
ອັນທີສອງ, ປະເທດທີ່ພັດທະນາແລ້ວຄວນໄປຕາມທ່າອ່ຽງໃຫຍ່ຂອງການພັດທະນາຂອງໂລກ, ເຮັດໃຫ້ປະເທດທີ່ເປັນຕະຫຼາດພັດທະນາໃໝ່ມີສິດເຂົ້າຮ່ວມການບໍລິການໂລກແລະສິດວາງກະຕິກາຫຼາຍຝ່າຍຫຼາຍກວ່າເກົ່າ. ທ່ານນາງລາກາດ ອະດີດຜູ້ອຳນວຍການໃຫຍ່ອົງການ IMF ທີ່ອອກຈາກຕຳແໜ່ງເມື່ອບໍ່ດົນມານີ້ໄດ້ສະແດງຄວາມຄິດເຫັນຢ່າງຈະແຈ້ງວ່າ, ອົງການ IMF ຄວນສືບຕໍ່ຊຸກຍູ້ການປະຕິຮູບດ້ານໂກຕາແລະການບໍລິຫານ, ເພື່ອສ່ອງແສງໃຫ້ເຫັນເຖິງຜົນການປະກອບສ່ວນຂອງສະມາຊິກ IMF ທີ່ມີຕໍ່ເສດຖະກິດໂລກໄດ້ດີກວ່າເກົ່າ.
ນອກນີ້, ປະເທດແລະກຸ່ມເສດຖະກິດທີ່ກ່ຽວຂ້ອງຄວນມີຄວາມໝັ້ນໃຈດ້ານການຮ່ວມມື, ກຳຈັດສິ່ງກີດຂວາງ, ໃຊ້ການກະທຳຢ່າງແທ້ຈິງໃນການຊຸກຍູ້ໃຫ້ເສດຖະກິດເຊື່ອມໂຍງເຂົ້າກັນຄັດຄ້ານກະແສຕ້ານໂລກາພິວັດ. ຍົກຕົວຢ່າງ, ຈີນແລະປະເທດທີ່ກ່ຽວຂ້ອງພວມເລັ່ງລັດການຊຸກຍູ້ການເຈລະຈາກ່ຽວກັບສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນ ຫຼື RCEP .
ປັດຈຸບັນ, ເສດຖະກິດໂລກພວມຢູ່ໃນໄລຍະທີ່ຜະເຊີນກັບຄວາມຫຍຸ້ງຍາກ. ເມື່ອເວົ້າຈາກຄວາມໝາຍດ້ານໃດໜຶ່ງແລ້ວເຫັນວ່າ, ນີ້ແມ່ນໄລຍະຫົວລ້ຽວຫົວຕໍ່ທີ່ລະບຽບການເກົ່າພວມພັງທະລາຍແຕ່ລະບຽບການໃໝ່ຍັງບໍ່ທັນສ້າງຂຶ້ນ. ປະເທດຕ່າງໆຄວນຮັບມືກັບຄວາມສ່ຽງແລະສິ່ງທ້າທາຍຢ່າງທຸ່ນທ່ຽງ, ຂະນະດຽວກັນນັ້ນຄວນມີຄວາມຫວັງແລະຄວາມໝັ້ນໃຈຕໍ່ການພັດທະນາໃນອະນາຄົດ.