ດ່ານສະໜາມບິນຄຸນໝິງເປີດນຳໃຊ້ຊ່ອງກວດຄົນອອກເມືອງດ້ວຍຕົນເອງ 10 ຊ່ອງ

2019-10-12 17:22:03 |ມາຈາກ: 云南日报

ຕອນເຊົ້າວັນທີ 10 ຕຸລາ, ດ່ານສະໜາມບິນຊາງຊຸຍຄຸນໝິງໄດ້ເປີດນຳໃຊ້ເສັ້ນທາງ(ຫລື ຊ່ອງ) ກວດຄົນອອກເມືອງດ້ວຍຕົນເອງ 10 ຊ່ອງ. ຜູ້ໂດຍສານທີ່ເດີນທາງອອກໄປຕ່າງປະເທດສາມາດສະແກນເອກະສານ, “ສະແກນໜ້າ”, ພິມລາຍນິ້ວມື, ເຊິ່ງສາມາດສຳເລັດຂັ້ນຕອນການກວດກາຜ່ານແດນພາຍໃນ 10 ວິນາທີ, ເຮັດໃຫ້ການຜ່ານດ່ານມີຄວາມສະດວກສະບາຍ.

ປັດຈຸບັນນີ້, ດ່ານສະໜາມບິນສາກົນຊາງຊຸຍຄຸນໝິງໄດ້ສ້າງເສັ້ນທາງ(ຫລື ຊ່ອງ) ກວດຄົນເຂົ້າອອກເມືອງດ້ວຍຕົນເອງ 21 ເສັ້ນທາງ, ໃນນັ້ນ, ມີ 11 ຊ່ອງສຳລັບການກວດກາຂາເຂົ້າ, 10 ຊ່ອງສຳລັບຂາອອກ, ຊ່ອງກວດຄົນເຂົ້າເມືອງດ້ວຍຕົນເອງ ໄດ້ເປີດນຳໃຊ້ໃນວັນທີ 14 ມິຖຸນາປີນີ້. ມາຮອດວັນທີ 10 ຕຸລາ, ຜູ້ໂດຍສານຂາເຂົ້າທີ່ໃຊ້ຊ່ອງກວດຄົນເຂົ້າເມືອງດ້ວຍຕົນເອງແມ່ນມີຈຳນວນ 353.395 ເທື່ອຄົນ.