ຍຶດໝັ້ນການສະແຫວງຫາສິ່ງທີ່ຄືກັນ, ສະຫງວນສິ່ງທີ່ຕ່າງກັນ, ເພື່ອແກ້ໄຂບັນຫາຢ່າງຕິດແທດຕົວຈິງ

2019-10-12 17:31:21 |ມາຈາກ: CRI

ວັນ​ທີ 12 ກັນ​ຍາ​ນີ້, CRI ​ໄດ້​ອອກບົດ​ວິ​ເຄາະ​ທີ່​ພາດ​ຫົວ​ຂໍ້​ວ່າ “ຍຶດ​ໝັ້ນ​​ການສະ​ແຫວງ​ຫາ​​ສິ່ງ​ທີ່ຄື​ກັນ​ ​ສະ​ຫງວນ​​ສິ່ງ​ທີ່ຕ່າງ​ກັນ​ ​ເພື່ອແກ້​ໄຂ​ບັນ​ຫາ​ຢ່າງ​ຕິດ​ແທດ​ຕົວ​ຈິງ”.

ບົດວິ​ເຄາະ​ຂຽນ​ວ່າ, ​ວັນ​ທີ 11 ກັນ​ຍາ​ນີ້, ກາ​ນ​​ປຶກ​ສາ​ຫາ​ລື​ລະ​ດັບ​ສູງ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຮອບ​ໃໝ່​ໄດ້​ສິ້ນ​ສຸດ​ລົງ​ຢູ່​ວໍ​ຊີງ​​ຕັນ, ສອງ​ຝ່າຍ​ໄດ້​ມີ​ຄວາມ​ຄືບ​ໜ້າຕົວ​ຈິງ, ແລະ​ໄດ້​​ປຶກ​ສາ​ຫາ​ລື​ເຖິງ​ແຜນ​ການ​ປຶກ​ສາ​ຫາ​ລື​ກັນ​ໃນ​ຄັ້ງ​ຕໍ່​ໄປ, ໝາກ​ຜົນ​ຂອງ​ການ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ເປັນ​ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍ. ທ່າ​ທີ​ການ​ເຮັດ​ວຽກ​ຢ່າງ​ຕິດ​ແທດ​ຕົວ​ຈິງ​ແລະ​ການ​ສະ​ແຫວງ​ຫາ​ສິ່ງ​ທີ່ຄື​ກັນ, ​ສະ​ຫງວນ​ສິ່ງ​ທີ່​ແຕກຕ່າງ​ກັນ ເຊິ່ງສອງ​ຝ່າຍ​ຈີນ​ອາ​ເມ​ລິ​ກາສະແດງ​ອອກ​ໃນ​ການ​​ປຶກ​ສ​າ​ຫາ​ລື​ຮອບ​ນີ້​, ແມ່ນ​ການ​ກະ​ທຳ​​​ທີ່ສົມ​ເຫດສົມ​ຜົນ​ແລະ​ແມ່ນ​ການ​ປົກ​ປ້ອງ​ບໍ່​ໃຫ້​ສົງ​ຄາມ​ການ​ຄ້າ​ຮ້າຍ​ແຮງ​ຂຶ້ນ.

ບົດ​ວິ​ເຄາະ​ເນັ້ນ​ວ່າ, ​ຖ້າຈີນ​ອາ​ເມ​ລິ​ກາ​ຖືກ​ຕ້ອງ​ປອງ​ດອງ​ກັນຕ່າງ​ຝ່າຍ​ຕ່າງ​​ຈະ​ໄດ້​ຮັບຜົນ​ປະ​ໂຫຍດ, ​ຖ້າ​ເປັນ​ປໍ​ລະ​ປັກ​ກັນ​ຈະ​ເສຍ​ຜົນ​ປະ​ໂຫຍດ​ທັງ​ສອງ​ຝ່າຍ. ຝ່າຍ​ຈີນ​ຍິນ​ດີ​ແກ້​ໄຂ​ບັນ​ຫາ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ແລະ​ຮ່ວມ​ມື​ດ້ວຍ​ທ່າ​ທີ​​ສຸ​ຂຸມ​ຮອບ​ຄອບ, ແຕ່​ຈະ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວໃນ​ບັນ​ຫາ​ຫຼັກ​ການ​ສຳ​ຄັນ​ຂອງ​ຕົນ. ບໍ່​ວ່າ​ສະ​ພາບ​ການ​ຈະ​ປ່ຽນ​ແປງ​​​ຜັນ​ແປ​ໄປແນວ​ໃດກໍ​ຕາມ, ຈີນ​ກໍ່​ຈະ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດ້ວຍ​ຄຸນ​ນະ​ພາບ​ສູງ, ​ເຖິງ​ຈະ​ເພື່ອ​ຮັບ​ມື​ກັບ​ທຸກ​ສະ​ພາບ​ການ​ທີ່​ຈະ​ເກີດ​ຂຶ້ນ.