ໃນ 3 ໄຕ​ມາດ​ຂອງ​ປີ​ນີ້ ​ການ​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 2,8% ເມື່ອ​ທຽບ​​ໃສ່​ໄລ​ຍະ​ດຽວ​ກັນ​ຂອງປີ​ກາຍ

2019-10-14 17:19:14 |ມາຈາກ: CRI

ຕົວ​ເລກສະ​ຖິ​ຕິ​ຂອງ​ການ​ພາ​ສີ​ແຫ່ງ​ຊ​າດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ 3 ໄຕ​ມາດ​ຕົ້ນ​ປີ​ນີ້ ຍອດ​ມູນ​ຄ່າຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​​ບັນ​ລຸ 22.910 ຕື້ຢວນ, ເພີ່ມ​ຂຶ້ນ 2,8% ເມື່ອ​ທຽບ​ໃສ່ໄລ​ຍະ​ດຽວ​ກັນ​ຂອງ​ປີ 2018. ໃນ​ນັ້ນ, ​ການ​ຄ້າຂາ​ອອກ​ບັນ​ລຸ 12.480 ຕື້ຢວນ, ເພີ່ມ​ຂຶ້ນ 5,2%, ​ການ​ຄ້າຂາ​ເຂົ້າ 10.430 ຕື້ຢວນ, ຫຼຸດ​ລົງ 0,1%, ໄດ້​ປຽບ​ດຸນການ​ຄ້າ 2.050 ຕື້ຢວນ, ເພີ່ມ​ຂຶ້ນ 44,2%.

ວັນ​ທີ 14 ຕຸ​ລາ​ນີ້, ທ່ານ​ຫຼີ​ຄຸຍ​ເວີນ ໂຄ​ສົກ​​ອົງ​ການ​ພາ​ສີ​ອາ​ກອນ​ແຫ່ງ​ຊາດ​ຈີນ ທັງ​ເປັນ​ຫົວ​ໜ້າ​ກົມສະ​ຖິ​ຕິ ແລະ ວິ​ເຄາະ​ກ່າວ​ວ່າ, ໃນ 3 ໄຕ​ມາດ​ຂອງ​ປີ​ນີ້, ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ຈີນ​ເຄື່ອນ​ໄຫວ​ໄດ້ຢ່າງ​ໝັ້ນ​ຄົງ​ໂດຍ​ລວມ ພ້ອມ​ທັງ​ໄດ້​ຍົກ​ສູງ​ຄຸນ​ນະ​ພາບ​ແລ້ວ. ໃນ 3 ໄຕ​ມາດ​​ປີ​ນີ້, ຄູ່​ກາ​ນ​ຄ້າ​ອັນ​ດັບ​ທີ​ໜຶ່ງ ແລະ ທີ​ສອງ​ຂອງ​ຈີນແມ່ນ​ສະ​ຫະ​ພາບ​ເອີ​ລົບ ແລະ ອາ​ຊຽນ, ຕ່າງ​ກໍ​ໄດ້​ສົ່ງ​ອອກ​ສິນ​ຄ້າ​ທີ່​ມີ​ມູນ​ຄ່າ 3.570 ຕື້ຢວນ ແລະ 3.140 ຕື້ຢວນ, ຕ່າງ​​ກໍໄດ້​ເພີ່ມ​ຂຶ້ນ 8,6% ແລະ 11,5% ຕາມ​ລຳ​ດັບ.