ການ​ຮ່ວມ​ມື​ແມ່ນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ

2019-10-14 17:23:36 |ມາຈາກ: CRI

ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI ໄດ້ລົງ​ບົດ​ວິ​​ເຄາະ​ໃນ​ວັນ​ທີ 13 ຕຸ​ລາ​ນີ້​​ທີ່​ພາດ​ຫົວ​ຂໍ້​ວ່າ “ການ​ຮ່ວມ​ມື​ແມ່ນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ”.

ບົດ​ຄວາມ​ຂຽນ​ວ່າ: ການ​ເຈ​ລະ​ຈາ​ລະ​ດັບ​ສູງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ຮອບ​ໃໝ່​ທີ່​ດຳ​ເນີນ​ເປັນ​ເວ​ລາ 2 ວັນ​ໄດ້​ສິ້ນ​ສຸດ​​ລົງຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນຂອງ​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 11 ຕຸ​ລາ​ນີ້. ສອງ​ຝ່າຍ​ໄດ້​ຮັບ​ຜົນ​ຄືບ​ໜ້າ​ຢ່າງ​ເປັນ​ຮູບ​ປະ​ທຳໃນ​ຫຼາຍ​ຂົງ​ເຂດ. ຫຼັງ​ຈາກ​ໄດ້​ຮັບ​ຂ່າວ​ດີ​ດັ່ງ​ກ່າວ,ຕະ​ຫຼາດ​ຫຸ້ນ​ຂອງ​ໂລກ​ໄດ້​​ຖີບ​ໂຕ​ສູງ​ຂຶ້ນ​ໂດຍທົ່ວ​ໄປ,ນີ້​ເປັນ​ການ​​ສົ່ງສັນ​ຍານ​ທີ່​ແຂງແຮງ​​ໃຫ້​ຕະ​ຫຼາດ: ການ​ແກ້​ໄຂ​ບັນ​ຫາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໃຫ້​ດີ​ມີ​ຜົນ​ດີ​ຕໍ່​ຈີນແລະ​ອາ​ເມ​ຣິ​ກາ,​ທັງ​ມີ​ຜົນ​ດີ​ຕໍ່​ທົ່ວ​ໂລກເຊັ່ນ​ກັນ.

ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ:ການ​ເຈ​ລະ​ຈາ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ 1 ປີ​ປາຍ,ສອງ​ຝ່າຍ​ໄດ້​ຮັບ​ຮູ້​​ແລະ​ເຂົ້າ​ໃຈນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ເກົ່າວ່າ: ຄວນ​ຄວບ​ຄຸມ​ແລະແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,ເປີດກວ້າງ​ການ​ຮ່ວມ​ມື​ບົນ​ພື້ນ​ຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ຈາກ​ງ່າຍ​​ຫາ​ຍາກ​ແລະຄ່ອຍ​ເປັນ​ຄ່ອຍ​ໄປ ແມ່ນ​ວິ​ທີ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ແລະ​ມີ​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ ເຊິ່ງ​ນີ້ເປັນ​ການ​ເປີດ​ຊ່ອງ​ທາງ​ໃໝ່​ແລະສະ​ໜອງ​ແນວ​ຄິດ​ໃໝ່​ໃຫ້​ແກ່​ສອງ​ປະ​ເທດ​ໃນ​ການ​ສະ​ແຫວງ​ຫາ​​ຊ່ອງ​ທາງ​ໃນການ​ບັນ​ລຸ​ສັນ​ຍາ​ເສດ​ຖະ​ກິດ​ການ​​ຄ້າ​ໃນ​ທີ່​ສຸດ.

ບົດ​ຄວາມ​ເນັ້ນ​ວ່າ:ການ​ຮ່ວມ​ມື​ແມ່ນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ. ຕາມການ​ນັດ​ໝາຍ,​ສອງ​ຝ່າຍ​ຈະ​ດຳ​ເນີນການ​ເຈ​ລະ​ຈາ​​ໃນ​ຂັ້ນ​ຕໍ່​ໄປ,ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ສະ​ແຫວງ​ຫາ​​ຊ່ອງ​ທາງ​ໃນການ​ບັນ​ລຸ​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ທີ່​ສຸດ. ຖ້າ​ຢາກ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ,ຂໍ​ກະ​ແຈ​​ສຳ​ຄັນແມ່ນ​ຍຶດ​ໝັ້ນ​​ການສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ​ແລະ​ສະ​ຫງວນ​​ສິ່ງ​ທີ່​ຕ່າງ​ກັນ,ປະ​ຕິ​ບັດ​ຕໍ່​ກັນ​ດ້ວຍ​ການເປີດກວ້າງ​ການ​ຮ່ວມ​ມື​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຫຼຸດ​ຜ່ອນ​ຄວາມ​ຂັດ​ແຍ້ງ​ກັນ​ໃຫ້​ໜ້ອຍ​ລົງ,ເປີດກວ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ,ເພື່ອ​ຊຸກ​ຍູ້​​ໃຫ້ບັນ​ລຸ​ເປົ້າ​ໝາຍ​ທີ່​ບັນ​ລຸ​ສັນ​ຍາ​ໃນ​ທີ່​ສຸດ​ໂດຍ​ຜ່ານ​ການ​ບັນ​ລຸ​ເປົ້າ​ໝາຍ​ແຕ່​ລະ​ໄລ​ຍະ.