ວັນທີ 17 ຕຸລາແມ່ນວັນລົບລ້າງຄວາມທຸກຍາກຈີນ, ທັງແມ່ນວັນລົບລ້າງຄວາມທຸກຍາກສາກົນ. ວັນທີ 16 ຕຸລານີ້, ເວທີປຶກສາຫາລືສາກົນວ່າດ້ວຍການລົບລ້າງຄາວມທຸກຍາກຂອງຈີນ 2019 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ຜູ້ຕ້າງໜ້າຂອງຈີນ ແລະ ຕ່າງປະເທດ 200 ກວ່າທ່ານທີ່ມາຈາກ 13 ອົງການຈັດຕັ້ງສາກົນ ແລະ 30 ປະເທດໄດ້ເຂົ້າຮ່ວມເວທີປຶກສາຫາລືຄັ້ງນີ້ ເພື່ອປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ, ການຫຼຸດຜ່ອນຄວາມທຸກຍາກຂອງຈີນເປັນບົດຮຽນໃຫ້ໂລກໃນການລົບລ້າງຄວາມທຸກຍາກ, ແຜນການຂອງຈີນກ່ຽວກັບການຊຸກຍູ້ໂລກບັນລຸເປົ້າໝາຍທີ່ປາສະຈາກຄວາມອຶດຫິວ ແລະ ປາສະຈາກຄວາມທຸກຍາກເປັນຕົ້ນ, ຊຸກຍູ້ການຮ່ວມມືໃນຂົງເຂດລົບລ້າງຄວາມທຸກຍາກ ແລະ ພັດທະນາດ້ວຍຈິດໃຈຊົມໃຊ້ຮ່ວມກັນ ແລະ ຊົມໃຊ້ແຜນການຂອງຈີນ ແລະ ສະຕິປັນຍາຂອງຈີນ.
ເວທີປຶກສາຫາລືຄັ້ງນີ້ຮ່ວມກັນຈັດຂຶ້ນໂດຍສູນຖະແຫຼງຂ່າວອິນເຕີເນັດຈີນ, ສູນລົບລ້າງຄວາມທຸກຍາກສາກົນຈີນ, ທະນາຄານໂລກ, ທະນາຄານພັດທະນາອາຊີ, ອົງການອາຫານແລະການກະເສດສະຫະປະຊາຊາດ ຫຼື FAO, ກອງທຶນພັດທະນາກະສິກຳສາກົນ ແລະ ອົງການແຜນການທັນຍາຫານໂລກຂອງສະຫະປະຊາຊາດ.