ອຸໂມງມານຈ່າງຂອງເສັ້ນທາງລົດໄຟລາວຈີນໃນຕອນນະຄອນຄຸນໝິງຫານະຄອນຫຼວງວຽງຈັນໄດ້ສຳເລັດການເຈາະທະລຸລ່ວງແລ້ວ

2019-10-23 10:48:32 |ມາຈາກ: 云南网

ວັນທີ 21 ຕຸລານີ້, ອຸໂມງມານຈ່າງຂອງເສັ້ນທາງລົດໄຟລາວຈີນໃນຕອນນະຄອນຄຸນໝິງ ຫານະຄອນຫຼວງວຽງຈັນໄດ້ສຳເລັດການຂຸດເຈາະລ່ວງກັນແລ້ວ, ເຊິ່ງໄດ້ວາງພື້ນຖານອັນຫມັ້ນຄົງໃຫ້ແກ່ຄວາມຄືບໜ້າຂອງການກໍ່ສ້າງທັງໝົດ. ເສັ້ນທາງອຸໂມງມານຈ່າງ ຕັ້ງຢູ່ເມືອງເມືອງລ້າ ນະຄອນສິບສອງພັນນາ ແຂວງຢຸນນານ, ມີຄວາມຍາວທັງໝົດ 1,730 ແມັດ ແລະ ຄວາມເລິກສູງສຸດ 110 ແມັດ.

ເສັ້ນທາງລົດໄຟໃນຕອນນະຄອນຄຸນໝິງປະເທດຈີນ ຫາ ນະຄອນຫຼວງວຽງຈັນປະເທດລາວທີ່ກຳລັງກໍ່ສ້າງມີຄວາມຍາວຫຼາຍກວ່າ 1,000 ກິໂລແມັດ. ພາຍຫຼັງການກໍ່ສ້າງສຳເລັດແລ້ວ, ຈະໃຊ້ເວລາພຽງແຕ່ 3 ຊົ່ວໂມງ ຈາກນະຄອນຄຸນໝິງແຂວງຢຸນນານ ຫາ ເມືອງຊຽງຮຸ່ງ ນະຄອນສິບສອງພັນນາແຂວງຢຸນນານ,ແລະ ຖ້າອອກໃນຕອນຄຳ່ຄາດວ່າຈະຮອດນະຄອນຫຼວງວຽງຈັນໃນເຊົ້າຂອງມື້ຖັດໄປ.